ສະຖານທີ່ເກີດເຫດ
(ພາບ:baotintuc.vn)
(TTX)- ວັນທີ 23/9, ໄດ້ເກີດເຫດລະເບີດແຕກຢູ່ໂບດແຫ່ງ 1 ທີ່ນະຄອນ Bauchi ເມືອງເອກຂອງລັດ Bauchi ທາງທິດເໜືອປະເທດ Nigieria ຊື່ງເຮັດໃຫ້ 2 ຄົນເສຍຊີວິດ ແລະ 48 ຄົນຖືກບາດເຈັບສາຫັດ. ບັນດາຕົວພະຍານໃຫ້ຮູ້ວ່າ: ມີຜູ້ແປກໜ້າຄົນ 1 ໄດ້ຂັບລົດໂອໂຕບັນທຸກທາດລະເບີດເລັ່ງໃສ່ເຂດທີ່ປະຊາຊົນເຕົ້າໂຮມກັນເປັນຈຳນວນຫຼວງຫຼາຍຢູ່ນອກໂບດ ແລະ ລາວກໍ່ຖືກເສຍຊີວິດໃນເຫດບຸກໂຈມຕີດັ່ງກ່າວ. ບັນດາພາລະກອນປ້ອງກັນຄວາມສະຫງົບໄດ້ປິດລອ້ມສະຖານທີ່ເກີດເຫດເພື່ອດຳເນີນການສືບສວນ. ປະຈຸບັນ, ບໍ່ທັນມີອົງການຈັດຕັ້ງ ຫຼືສ່ວນບຸກຄົນໃດກ່າວຮັບຜິດຊອບຕໍ່ການບຸກໂຈມຕີນີ້ເທື່ອ. ແຕ່ເຖິງຢ່າງໃດກໍ່ຕາມ, ວົງການເຈົ້າໜ້າທີ່ສ່ວນຫຼາຍຄິດວ່າ ຜູ້ກໍ່ເຫດການອາດຈະແມ່ນບັນດາສະມາຊິກຝ່າຍອິດສະລາມຫົວຮຸນແຮງ Boko Haram ຊື່ງເຄີຍຖືກກ່າວຫາໄດ້ກໍ່ເຫດວາງລະເບີດອັນນອງເລືອດນັບຮ້ອຍຄັ້ງຢູ່ Nigieria ເຮັດໃຫ້ກ່ວາ 1400 ຄົນເສຍຊີວິດນັບແຕ່ປີ 2010.