ການເຄື່ອນໄຫວການຕ່າງປະເທດຂອງສະພາແຫ່ງຊາດປະກອບສ່ວນຍົກສູງທີ່ຕັ້ງບົດບາດແລະອິດທິພົນຊື່ສຽງຂອງຫວຽດນາມໃນໂລກ
ສາດສະດາຈານ, ດຣ ຟ້າມມິງເຊີນ, ຫົວໜ້າພະແນກພົວພັນຕ່າງປະເທດ - ສະຖາບັນສື່ມວນຊົນ ແລະ ໂຄສະນາເຜີຍແຜ່
(ພາບ: vnexpress.net)
(vovworld) – ຕອນເຊົ້າວັນທີ 4/9, ຢູ່ແຂວງ ເງ້ອານ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດຈັດຕັ້ງກອງປະຊຸມພິຈາລະນາມາດຕະການຍົກສູງປະສິດທິຜົນວຽກງານສື່ສານຕ່າງປະເທດຂອງສະພາແຫ່ງຊາດ. ທີ່ກອງປະຊຸມ, ບັນດາຜູ້ແທນຍອມຮັບໃນຊຸມປີຜ່ານມາ, ພ້ອມກັບການເຄື່ອນໄຫວສື່ສານຕ່າງປະເທດລວມຂອງພັກ ແລະ ລັດ ວຽກງານສື່ສານຕ່າງປະເທດຕິດພັນກັບການເຄື່ອນໄຫວການຕ່າງປະເທດຂອງສະພາແຫ່ງຊາດໄດ້ປະກອບສ່ວນສຳຄັນເຂົ້າໃນການໂຄສະນາເຜີຍແຜ່ພາບພົດຂອງ ຫວຽດນາມ, ຍົກສູງທີ່ຕັ້ງບົດບາດ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ໃນໂລກ, ປັບປຸງ ແລະ ເປີດກ້ວາງການພົວພັນຮ່ວມມືກັບບັນດາປະເທດ ແລະ ບັນດາອົງການສາກົນ, ປົກປັກຮັກສາອະທິປະໄຕເຂດຊາຍແດນ, ທະເລ ແລະ ໝູ່ເກາະ. ເພື່ອຍົກສູງປະສິດທິຜົນວຽກງານສື່ສານການຕ່າງປະເທດຂອງສະພາແຫ່ງຊາດໃນໄລຍະຈະມາເຖິງ, ບັນດາຜູ້ແທນສຸມໃສ່ປຶກສາຫາລື 7 ໝວດມາດຕະການ, ໃນນັ້ນມີ 2 ໝວດມາດຕະການສຳຄັນນັ້ນແມ່ນ: “ຊາບຊຶມບັນດາທັດສະນະ, ນະໂຍບາຍການຕ່າງປະເທດຂອງພັກ, ລັດ ເພື່ອຊີ້ນຳວຽກງານສື່ສານການຕ່າງປະເທດຂອງສະພາແຫ່ງຊາດ” ແລະ “ການປ່ຽນໃໝ່ ແລະ ປັບປຸງກົນໄດຊີ້ນຳ, ນຳພາ ຈັດຕັ້ງ ແລະ ຕີລາຄາວຽກງານສື່ສານກັບການຕ່າງປະເທດຂອງສະພາແຫ່ງຊາດ”. ຮອງສາດສະດາຈານ, ດຣ ຟ້າມມິງເຊີນ, ຫົວໜ້າພະແນກພົວພັນຕ່າງປະເທດ - ສະຖາບັນສື່ມວນຊົນ ແລະ ໂຄສະນາເຜີຍແຜ່, ໃຫ້ຮູ້ວ່າ:
“ໃນສະພາບການປະຈຸບັນ, ວຽກງານສື່ສານກັບຕ່າງປະເທດສະພາແຫ່ງຊາດ ໄດ້ວາງອອກບັນດາຄຳຮຽກຮ້ອງໃໝ່. ກ່ອນອື່ນໝົດຄວນສືບຕໍ່ຍູ້ແຮງບັນດາການເຄື່ອນໄຫວສື່ສານການຕ່າງປະເທດສະພາແຫ່ງຊາດ, ປັບປຸງເພື່ອໃຫ້ການເຄື່ອນໄຫວນີ້ມີປະສິດທິຜົນກ່ວາ, ຕອບສະໜອງຄຳຮຽກຮ້ອງທີ່ນັບມື້ນັບສູງຂອງການເຄື່ອນໄຫວການຕ່າງປະເທດສະພາແຫ່ງຊາດ ກໍ່ຄືການສົມທົບກັບການເຄື່ອນໄຫວສື່ສານກັບຕ່າງປະເທດອື່ນໆຂອງພັກ ແລະ ລັດ.”