ພາບປະກອບ
(vovworld) – ມີການເຄື່ອນໄຫວຫຼາຍຢ່າງເພື່ອຕອບສະໜອງວັນຄົນພິການ ຫວຽດນາມ ຖືກຈັດຂຶ້ນໃນວັນທີ 18/4 ຢູ່ທ້ອງຖິ່ນຕ່າງໆ. ຕອນເຊົ້າວັນທີ 18/4, ສະມາຄົມຊ່ວຍເຫຼືອຄົນພິການ ແລະ ເດັກກຳພ້າແຂວງ ກອນຕູມ ໄດ້ຈັດຕັ້ງກອງປະຊຸມຍ້ອງຍໍຊົມເຊີຍຄົນພິການ, ເດັກກຳພ້າ ແລະ ຜູ້ຊ່ວຍເຫຼືອທີ່ດີເດັ່ນຄັ້ງທີ 2, ໄລຍະ 2010 – 2012. ທີ່ກອງປະຊຸມ, ຄົນພິການ, ເດັກກຳພ້າ 150 ຄົນໄດ້ຮັບການຍ້ອງຍໍ, ຊົມເຊີຍ ແລະ ຮັບຂອງຂວັນ. ນີ້ແມ່ນບັນດາແບບຢ່າງໃນການຜ່ານຜ່າຄວາມຫຍຸ້ງຍາກ ມານະພະຍາຍາມບື່ນຕົວຂຶ້ນເພື່ອສ້າງຊີວິດ, ເຊື່ອມຕົວເຂົ້າກັບວົງຄະນະຍາດ. ນາງ ຫວູທິບີກຖາວ, ຊ່າງຕັດຫຍິບເປັນຄົນພິການ ຢູ່ເທດສະບານເມືອງ ດັກເຣີ່ແວ, ເມືອງ ກອນໄຣ, ໃຫ້ຮູ້ວ່າ:
“ຂ້າພະເຈົ້າດີໃຈຫຼາຍ ແລະ ເຫັນວ່າ: ຜ່ານກອງປະຊຸມໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຊື່ອໝັ້ນຕົນເອງກ່ວາ. ບັນດາການເຄື່ອນໄຫວຄືແນວນີ້ແມ່ນໂອກາດທີ່ດີສຳລັບຄົນພິການ, ເຂົາເຈົ້າມີຄວາມມ່ວນຊື່ນກ່ວາ, ມີໂອກາດໄດ້ພົບປະ, ແລກປ່ຽນ ກັບທຸກໆຄົນເພື່ອພ້ອມກັນພະຍາຍາມໃນຊີວິດ”
ແລະກໍ່ໃນວັນດຽວກັນ, ຢູ່ນະຄອນ ໂຮ່ຈີມິນ, ສະຫະພັນແມ່ຍິງນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງການພົບປະສັງສັນ ແລະ ຍ້ອງຍໍຊົມເຊີຍຄອບຄົວແມ່ຍິງພິການໄດ້ຜ່ານຜ່າຄວາມທຸກຍາກ. ດ້ວຍຫົວຂໍ້ວ່າ “ບ່ອນອີງຂອງຄອບຄົວ”, ລາຍການໄດ້ຍ້ອງຍໍຊົມເຊີຍ 48 ຄອບຄົວແມ່ຍິງພິການທີ່ດີເດັ່ນໃນບໍລິເວນນະຄອນ.