(vovworld) - ອີຣານ ແລະ ກຸ່ມປະເທດມະຫາອຳນາດ P5+1 (ເຊິ່ງລວມມີອັງກິດ, ຝລັ່ງ, ອາເມລິກາ, ລັດເຊຍ, ຈີນ ແລະ ເຢຍລະມັນ) ໄດ້ເຫັນດີກຳນົດເວລາເຖິງວັນທີ 13/7 ເພື່ອສາມາດບັນລຸໄດ້ຂໍ້ຕົກລົງສຸດທ້າຍກ່ຽວກັບໂຄງການນິວຄະເລຍຂອງອີຣານ. ນີ້ແມ່ນເທື່ອທີ 3 ໃນ 2 ສັບປະດາຜ່ານມາ, ບັນດາຝ່າຍຕົກລົງຕໍ່ກຳນົດເວລາໃຫ້ແກ່ການເຈລະຈາ. ພາຍຫຼັງການເຈລະຈາໃນວັນທີ 10/7, ບັນດາຝ່າຍລ້ວນແຕ່ຍອມຮັບບັນລຸໄດ້ຄວາມກ້າວໜ້າໃນສອງສັບປະດາດຳເນີນການເຈລະຈາສຸດທ້າຍນີ້, ແຕ່ທ່ານລັດຖະມົນຕີວ່າການການຕ່າງປະເທດອັງກິດ Philip Hammond ຍອມຮັບວ່າວິວັດການເຈລະຈາຊ້າທີ່ສຸດ. ທ່ານລັດຖະມົນຕີວ່າການການຕ່າງປະເທດຝລັ່ງ Laurent Fabius ໄດ້ອອກຈາກນະຄອນຫຼວງວຽນ (ປະເທດອົດຕະລິດ) ແລະ ໃຫ້ຮູ້ຈະກັບຄືນໃນວັນທີ 11/7. ທ່ານ ລັດຖະມົນຕີວ່າການການຕ່າງປະເທດອາເມລິກາ John Kerry ຢັ້ງຢືນຫຼັກໝັ້ນເດັດດຽວຂອງອາເມລິກາ ແມ່ນມານະພະຍາຍາມເຈລະຈາ ເພື່ອບັນລຸຂໍ້ຕົກລົງໃຫ້ໄດ້.