ການ​ເຈ​ລະ​ຈາ​ຢູ່ COP30 ຖືກ​ຂາດ​ວັກ​ຂາດ​ຕອນ

(VOVWORLD) - ເຫດການນີ້ໄດ້ເຮັດໃຫ້ກອງປະຊຸມ ໃຫ້ແກ່ການບັນລຸໄດ້ຄວາມຄືບໜ້າກ່ຽວກັບການເພີ່ມແຫຼ່ງການເງິນດ້ານດິນຟ້າອາກາດ ກໍ່ຄືວາງອອກວິວັດການຫຼຸດຜ່ອນການນຳໃຊ້ເຊື້ອເພີງຝອກຊິວບໍ່ສາມາດຕົກລົງຕາມເວລາທີ່ໄດ້ກຳນົດແມນ່ວັນທີ 20 ພະຈິກ.

ບັນດາການເຈລະຈາຢູ່ກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມສັນຍາແມ່ຂອງສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ທີ່ດຳເນີນໃນວັນທີ 20 ພະຈິກ, ຢູ່ບຣາຊິນ ໄດ້ຖືກຂາດວັກຂາດຕອນ. ເຫດໄຟໄໝ້ເກີດຂຶ້ນຢູ່ເຂດງານວາງສະແດງ ໄດ້ເຮັດໃຫ້ຜູ້ແທນນັບພັນຄົນຕ້ອງຍົກຍ້າຍອອກໄປ. ເຫດການນີ້ໄດ້ເຮັດໃຫ້ກອງປະຊຸມ ໃຫ້ແກ່ການບັນລຸໄດ້ຄວາມຄືບໜ້າກ່ຽວກັບການເພີ່ມແຫຼ່ງການເງິນດ້ານດິນຟ້າອາກາດ ກໍ່ຄືວາງອອກວິວັດການຫຼຸດຜ່ອນການນຳໃຊ້ເຊື້ອເພີງຝອກຊິວບໍ່ສາມາດຕົກລົງຕາມເວລາທີ່ໄດ້ກຳນົດແມນ່ວັນທີ 20 ພະຈິກ. ຄາດວ່າບັນດາຮອບເຈລະຈາພຽງແຕ່ໄດ້ຮັບການເຊື່ອມຕໍ່ຄືນໃນຕອນເຊົ້າວັນທີ 21 ພະຈິກ, ຕາມເວລາທ້ອງຖິ່ນ. ນອກຈາກການພາດກຳນົດເວລາບັນລຸໄດ້ຂໍ້ຕົກລົງ, ກອງປະຊຸມກໍ່ສືບຕໍ່ປະເຊີນໜ້າກັບຄວາມບໍ່ລົງລອຍກັນໃຫຍ່ 2 ຢ່າງນັ້ນແມ່ນ: ອະນາຄົດຂອງເຊື້ອເພີງຝອກຊິວ ແລະ ບັນດາຄຳໝັ້ນສັນຍາທາງການເງິນໃຫ້ແກ່ປະເທດທີ່ມີຄວາມສ່ຽງສູງກ່ວາໝູ່.

ຕອບກັບ

ຂ່າວ/ບົດ​ອື່ນ