ກໍ່າປັ່ນຮົບຂອງໄທ ຢ້ຽມຢາມ ຟຸກັວກ

(VOVWORLD) -ບັນດານາຍທະຫານຜູ້ບັນຊາ ແລະ ລູກເຮືອກໍ່າປັ່ນຮົບ ໄທ ຈະມີການພົບປະກັບຫົວໜ້າກອງບັນຊາການທະຫານເຮືອເຂດ 5 ແລະ ມີການແຂ່ງຂັນກິລາມິດຕະພາບກັບພະນັກງານ, ທະຫານເຮືອເຂດ 5

ຕອນເຊົ້າວັນທີ 03 ທັນວາ, ກໍ່າປັນຮົບສອງລໍາ ຂອງ ໄທ ທີ່ມີຊື່ວ່າ H.T.M.S ຣັດຕະນະໂກສິນ ແລະ H.T.M.S ຄໍາຣົນສິນ ໂດຍທ່ານພັນເອກ ປະພົນ ຫານໄພບຸນ, ຮອງຫົວໜ້າເສນາທິການ ກອງບັນຊາການທະຫານເຮືອເຂດ 1 ຂອງໄທ ເປັນຫົວໜ້າຄະນະ ພ້ອມກັບ ລູກເຮືອ 213 ຄົນ ໄດ້ເຂົ້າທຽບທ່່າ ກໍ່າປັ່ນ ຟຸກັວກ, ເລີ່ມຕົ້ນການຢ້ຽມຢາມສັນທະວະໄມຕີ ຢູ່ຫວຽດນາມ ໃນລະຫວ່າງວັນທີ 03 – 06 ທັນວາ.

        ໃນໄລຍະຢ້ຽມຢາມ ຟຸກັວກ, ບັນດານາຍທະຫານຜູ້ບັນຊາ ແລະ ລູກເຮືອກໍ່າປັ່ນຮົບ ໄທ ຈະມີການພົບປະກັບຫົວໜ້າກອງບັນຊາການທະຫານເຮືອເຂດ 5 ແລະ ມີການແຂ່ງຂັນກິລາມິດຕະພາບກັບພະນັກງານ, ທະຫານເຮືອເຂດ 5.


ຕອບກັບ

ຂ່າວ/ບົດ​ອື່ນ