ກຳນົດສະພາບການຮ່ວມມື, ພັດທະນາລະຫວ່າງ ຫວຽດນາມ - ລາວໃນໄລຍະໃໝ່
(VOVWORLD) - ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັ້ງເກືອງ ຊີ້ແຈ້ງວ່າ ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດ ຕໍ່ການພົວພັນແບບພິເສດ ຫວຽດນາມ - ລາວ, ເປັນຕົ້ນແມ່ນໃນການກຳນົດສະພາບການຮ່ວມມື, ພັດທະນາລະຫວ່າງສອງປະເທດໃນໄລຍະໃໝ່.
ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັ້ງເກືອງ (ພາບ: VOV) |
ໂດຍຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ລາວ ທອງລຸນ ສີສຸລິດ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຈະເດີນທາງຢ້ຽມຢາມທາງລັດຖະກິດຢູ່ ລາວ ໃນວັນທີ 5 ກຸມພາ 2026. ຕອບສຳພາດຕໍ່ນັກຂ່າວກ່ຽວກັບການຢ້ຽມຢາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນແມັ້ງເກືອງ ຊີ້ແຈ້ງວ່າ ການຢ້ຽມຢາມມີຄວາມໝາຍສຳຄັນທີ່ສຸດ ຕໍ່ການພົວພັນແບບພິເສດ ຫວຽດນາມ - ລາວ, ເປັນຕົ້ນແມ່ນໃນການກຳນົດສະພາບການຮ່ວມມື, ພັດທະນາລະຫວ່າງສອງປະເທດໃນໄລຍະໃໝ່. ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ສອງພັກ, ສອງລັດ ສືບຕໍ່ຢັ້ງຢືນ ຢ່າງແຮງມູນເຊື້ອສາມັກຄີແບບພິເສດ, ຄວາມສັດຊື່ບໍລິສຸດ, ສະເໝີຕົ້ນສະເໝີປາຍ ລະຫວ່າງ ຫວຽດນາມ ແລະ ລາວ. ທ່ານຮອງລັດຖະມົນຕີ ຫງວຽນແມັ້ງເກືອງ ໃຫ້ຮູ້ວ່າ ໃນຂອບເຂດການຢ້ຽມຢາມ, ທ່ານເລຂາທິການໃຫຍ່ ໂຕເລິມ ຈະມີການເຈລະຈາ, ພົບປະກັບບັນດາການນຳຂັ້ນສູງຂອງພັກ, ລັດລາວເພື່ອແນໃສ່ແລກປ່ຽນຢ່າງຮອບດ້ານກ່ຽວກັບສະພາບການຂອງແຕ່ລະພັກ, ແຕ່ລະປະເທດ; ຕີລາຄາໝາກຜົນການຮ່ວມມືໃນໄລຍະຜ່ານມາ ແລະ ເປັນເອກະພາບບັນດາການກຳນົດທິດໃຫຍ່ໃນການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະພັດທະນາໃໝ່.