ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ປະສົບຜົນສຳເລັດຢ່າງຈົບງາມ
(VOVWORLD) - ພາຍຫຼັງເຮັດວຽກມາເປັນເວລາ 5 ວັນ, ຕອນບ່າຍວັນທີ 23 ມັງກອນ, ຢູ່ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ), ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ປະສົບຜົນສຳເລັດຢ່າງຈົບງາມ ແລະ ອັດລົງໃນບັນຍາກາດເຄັ່ງຂຶມ, ມີຄວາມຮັບຜິດຊອບ ແລະ ເຕັມໄປດ້ວຍຄວາມຫວັງ, ຄວາມເຊື່ອໝັ້ນ.
 |
| ຕອນເຊົ້າວັນທີ 20 ມັງກອນ 2026, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ຖືກໄຂຂຶ້ນຢ່າງສົມກຽດຢູ່ຫໍປະຊຸມແຫ່ງຊາດ (ຮ່າໂນ້ຍ). ກ່ອນໜ້ານັ້ນ, ວັນທີ 19 ມັງກອນ, ກອງປະຊຸມໃຫຍ່ໄດ້ຈັດວາລະປະຊຸມຈັດກຽມ. |
 |
| ກອງປະຊຸມໃຫຍ່ແມ່ນຂີດໝາຍພິເສດໃນເສັ້ນທາງພັດທະນາ, ເປີດອອກສັກກະລາດໃໝ່ - ສັກກະລາດທີ່ ຫວຽດນາມ ຕັດສິນໃຈຫັນ 2 ເປົ້າໝາຍ 100 ປີແຫ່ງວັນສ້າງຕັ້ງພັກ ແລະ 100 ປີແຫ່ງວັນສະຖາປະນາປະເທດ ໃຫ້ປະກົດຜົນເປັນຈິງ; ສູ້ຊົນຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ; ເພື່ອປະເທດ ຫວຽດນາມ ແຫ່ງສັນຕິພາບ, ເອກະລາດ, ປະຊາທິປະໄຕ, ຮັ່ງມີເຂັ້ມແຂງ, ຈະເລີນຮຸ່ງເຮືອງ, ສີວິໄລ, ມີຄວາມຜາສຸກ, ກ້າວຂຶ້ນສັງຄົມນິຍົມຢ່າງໝັ້ນແກ່ນ. |
 |
| ເຂົ້າຮ່ວມກອງປະຊຸມໃຫຍ່ ມີຜູ້ແທນ 1.586 ສະຫາຍ ທີ່ຕາງໜ້າໃຫ້ສະມາຊິກພັກທັງໝົດກວ່າ 5,6 ລ້ານສະຫາຍ. |
 |
| ບັນດາຜູ້ແທນສາກົນເຂົ້າຮ່ວມວາລະໄຂກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ. ພາບ: TTXVN |
 |
| ທ່ານ ເລືອງເກື່ອງ, ກຳມະການກົມການເມືອງ, ປະທານປະເທດ ຫວຽດນາມ ກ່າວສູນທອນພົດໄຂກອງປະຊຸມໃຫຍ່ ໃນຕອນເຊົ້າວັນທີ 20 ມັງກອນ. ພາບ: TTXVN |
 |
| ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ ປ່ອນບັດເລືອກຕັ້ງກຳມະການສູນກາງພັກສົມບູນ ແລະ ກຳມະການສຳຮອງ ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV, ວັນທີ 22 ມັງກອນ. |
 |
| ວັນທີ 22 ມັງກອນ, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ ໄດ້ເລືອກຕັ້ງ ແລະ ປະກາດລາຍຊື່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ລວມມີກຳມະການ 200 ສະຫາຍ, ໃນນັ້ນ ມີກຳມະການສົມບູນ 180 ສະຫາຍ ແລະ ກຳມະການສຳຮອງ 20 ສະຫາຍ. |
 |
| ສະຫາຍ ໂດ້ຕຽນຊີ, ກຳມະການສູນກາງພັກ ສະໄໝທີ XIII, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ (VOV) ໄດ້ຮັບການເລືອກຕັ້ງອີກໜຶ່ງສະໄໝເຂົ້າໃນຄະນະບໍລິຫານງານສູນກາງພັກສະໄໝທີ XIV. ສະຫາຍ ໂດ້ຕຽນຊີ, ຜູ້ອຳນວຍການໃຫຍ່ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນໜຶ່ງໃນຈຳນວນກຳມະການສົມບູນ 180 ສະຫາຍຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XIV |
 |
| ຕອນເຊົ້າວັນທີ 23 ມັງກອນ, ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ດຳເນີນກອງປະຊຸມຄັ້ງປະຖົມມະລຶກ |
 |
| ກອງປະຊຸມລົງປະຊາມະຕິຮັບຮອງເອົາລາຍຊື່ຄະນະເລຂາທິການສູນກາງພັກ ສະໄໝທີ XIV. ພາບ: TTXVN |
 |
| ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV ໄດ້ເຫັນດີເປັນເອກະພາບ 100% ເລືອກຕັ້ງ ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIII, ສືບຕໍ່ດຳລົງຕຳແໜ່ງເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ສະໄໝທີ XIV. ພາບ: TTXVN |
 |
| ບັນຍາກາດຂອງວາລະອັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ໃນຕອນບ່າຍວັນທີ 23 ມັງກອນ. |
 |
| ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ກ່າວສູນທອນພົດອັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ, ໃນຕອນບ່າຍວັນທີ 23 ມັງກອນ. |