ຫວຽດນາມ ສະແດງຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ ຈັດວາງອັດຕາພາສີອາກອນເພີ່ມເຕີມສຳລັບສິນຄ້າຂອງບັນດາປະເທດສະໜອງນ້ຳມັນໃຫ້ແກ່ ກຸຍບາ
(VOVWORLD) - ຫວຽດນາມ ຢັ້ງຢືນຄືນໃໝ່ການສະໜັບສະໜູນ ຕໍ່ບັນດາມະຕິໂດຍສະມັດຊາໃຫຍ່ ສປຊ ຮັບຮອງເອົາໃນຫຼາຍປີຜ່ານມາ, ຮຽກຮ້ອງ ອາເມລິກາ ຍົກເລີກບັນດາມາດຕະການປິດລ້ອມ, ຂວ້ຳບາດ ຕ້ານກຸຍບາ ແບບພຽງລຳພັງຝ່າຍດຽວ ຢ່າງທັນການ
ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: VGP) |
ວັນທີ 2 ກຸມພາ 2026, ຕອບສຳພາດຕໍ່ຄຳຖາມຂອງນັກຂ່າວ ກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງວັນທີ 29 ມັງກອນ 2026, ອາເມລິກາ ປະກາດຈັດວາງອັດຕາພາສີອາກອນເພີ່ມເຕີມສຳລັບສິນຄ້າຂອງບັນດາປະເທດສະໜອງນ້ຳມັນໃຫ້ແກ່ກຸຍບາ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຊີ້ແຈ້ງວ່າ ຫວຽດນາມ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ມາດຕະການໃໝ່ຂອງອາເມລິກາ ແມ່ນ ຈະຈັດວາງອັດຕາພາສີເພີ່ມເຕີມຕໍ່ສິນຄ້າຂອງປະເທດສະໜອງນ້ຳມັນໃຫ້ແກ່ກຸຍບາ, ກໍ່ຜົນກະທົບຢ່າງຮ້າຍແຮງ ຕໍ່ການເຄື່ອນໄຫວເສດຖະກິດ, ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກຸຍບາ. ຫວຽດນາມ ຢັ້ງຢືນຄືນໃໝ່ການສະໜັບສະໜູນ ຕໍ່ບັນດາມະຕິໂດຍສະມັດຊາໃຫຍ່ ສປຊ ຮັບຮອງເອົາໃນຫຼາຍປີຜ່ານມາ, ຮຽກຮ້ອງ ອາເມລິກາ ຍົກເລີກບັນດາມາດຕະການປິດລ້ອມ, ຂວ້ຳບາດ ຕ້ານກຸຍບາ ແບບພຽງລຳພັງຝ່າຍດຽວ ຢ່າງທັນການ ແລະ ມີບາດກ້າວຕາມທິດເຈລະຈາ, ປັບປຸງການພົວພັນ ກັບ ກຸຍບາ.