(vovworld) – ວັນທີ 8/10, ໂຄສົກຂອງໂຮມໝໍ Dallas ຢູ່ ລັດ Texas, ປະເທດ ອາເມລິກາ ໃຫ້ຮູ້ວ່າ: ຄົນເຈັບຜູ້ທຳອິດທີ່ໄດ້ຖືກກວດພົບຕິດເຊຶ້ອ Ebola ຢູ່ອາເມລິກາ, Thomas Eric Duncan, ຖືກເສຍຊີວິດໃນຕອນເຊົ້າວັນດຽວກັນ. ຄົນເຈັບຜູ້ນີ້ແມ່ນຊາວ Liberia ໄດ້ໄປເຖິງລັດ Texas ໃນວັນທີ 20/9, ເພື່ອຢ້ຽມຢາມຍາດຕິພີ່ນ້ອງ, ໄດ້ເຂົ້າໂຮງໝໍໃນວັນທີ 28/9 ພາຍຫຼັງໄດ້ກວດພົບເຫັນອາການຕິດເຊື້ອ Ebola. ວົງການເຈົ້າໜ້າທີ່ ອາເມລິກາ ຍັງຕິດຕາມກວດກາ 100 ຄົນອາດຈະຖືກຕິດເຊື້ອ Ebola ຍ້ອນເຄີຍສຳພັດກັບຄົນເຈັບຜູ້ນີ້. ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ບໍ່ທັນມີຜູ້ໃດໃນຈຳນວນຊາວ ອາເມລິກາ 100 ຄົນດັ່ງກ່າວບໍ່ທັນໄດ້ພົບເຫັນອາກາດຕິດເຊື້ອ Ebola. ມາຮອດປະຈຸບັນ, ກໍລະນີເສຍຊີວິດຍ້ອນໄວຣັດ ອັນຕະລາຍນີ້ໃນທົ່ວໂລກໄດ້ເກີນຕົວເລກ 3.400 ຄົນໃນຈຳນວນເກືອບ 7.500 ຄົນຖືກຕິດພະຍາດ.