ງານບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈ2017
ງານບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈ2017
(ພາບ: TTXVN)
(vovworld) - ດ້ວຍສານທີ່ວ່າ “ບໍລິຈາກເລືອດໃນໂອກາດຕົ້ນປີໃໝ່, ແມ່ນເພີ່ມຄວາມຜາສຸກ”, ວັນທີ 05/01, ຄະນະຊີ້ນຳການບໍລິຈາກເລືອດດ້ວຍຄວາມສະໝັກໃຈແຂວງກວາງນາມ ໄດ້ຈັດງານບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈປີ 2017 ແນໃສ່ຂົນຂວາຍທຸກຄົນເຂົ້າຮ່ວມການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ເພື່ອຮັບໃຊ້ການພະຍາບານສຸກເສີນ ແລະ ປິ່ນປົວໃຫ້ຄົນເຈັບ. ວັນບຸນປີນີ້ໄດ້ດຶງດູດຜູ້ເຂົ້າຮ່ວມກວ່າ 2.000 ຄົນ ແລະ ໄດ້ກາຍເປັນ ວັດທະນະທຳອັນດີງາມໃນໂອກາດຕົ້ນປີໃໝ່. ງານບຸນບໍລິຈາກເລືອດດ້ວຍຄວາມສະໝັກໃຈປີ 2017 ຈະແກ່ຍາວເປັນເວລາ 2 ເດືອນ, ດ້ວຍຄາດໝາຍຂົນຂວາຍ ແລະ ຮັບເລືອດໄດ້ປະມານ 2.760 ຖົງ. ປີ 2017, ແຂວງກວາງນາມ ສູ້ຊົນບັນລຸຜົນສຳເລັດ ແລະ ໄດ້ຮັບບໍລິຈາກເລືອດລື່ນກາຍຄາດໝາຍໂດຍຄະນະຊີ້ນຳແຫ່ງຊາດບໍລິຈາກເລືອດດ້ວຍຄວາມສະໝັກໃຈ ມອບໝາຍໃຫ້ແມ່ນ 13.800 ຖົງ.