ງານພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບດ້ານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ ຄັ້ງ​ທີ 2 ຈະ​ດຳ​ເນີນ​ແຕ່​ວັນ​ທີ 22 – 23 ຕຸ​ລາ

(VOVWORLD) -    ຕອນເຊົ້າວັນທີ 15 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ຈັດຕັ້ງການພົບປະກັບສື່ມວນຊົນ ແນະນຳກ່ຽວກັບງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2. 
ງານພົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບດ້ານ​ປ້ອງ​ກັນ​ຊາຍ​ແດນ ຫວຽດ​ນາມ - ລາວ ຄັ້ງ​ທີ 2 ຈະ​ດຳ​ເນີນ​ແຕ່​ວັນ​ທີ 22 – 23 ຕຸ​ລາ - ảnh 1ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2  (ພາບ:dangcongsan.vn)

ໂດຍໄດ້ຈັດຂຶ້ນແຕ່ວັນທີ 22 – 23 ຕຸລາ, ຢູ່ແຂວງ ເຊີນລາ (ຫວຽດນາມ) ແລະ ແຂວງ ຫົວພັນ (ລາວ), ງານພົບປະແລກປ່ຽນມິດຕະພາບດ້ານປ້ອງກັນຊາຍແດນ ຫວຽດນາມ - ລາວ ຄັ້ງທີ 2 ແມ່ນໜຶ່ງໃນບັນດາເຫດການພົວພັນຕ່າງປະເທດດ້ານປ້ອງກັນຊາດທີ່ເປັນຈຸດສຸມຂອງກອງທັບປະຊາຊົນ ຫວຽດນາມ ໃນປີນີ້.  ເຫດການໄດ້ປະກອບສ່ວນເພີ່ມທະວີຄວາມໄວ້ເນື່ອເຊື່ອໃຈທາງດ້ານການເມືອງ, ການສ້າງ, ປັບປຸງນ້ຳໃຈມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ຊຸກຍູ້ການຮ່ວມມືຢ່າງແທດຈິງກວ່າ ລະຫວ່າງກຳລັງປົກປັກຮັກສາຊາຍແດນລະຫວ່າງສອງປະເທດ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນເຂດຊາຍແດນ; ຜ່ານນັ້ນ ສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ມີສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢ່າງແທດຈິງ.

        ໃນຂອບເຂດງານພົບປະແລກປ່ຽນຈະດຳເນີນຫຼາຍກິດຈະກຳ, ເຊັ່ນ: ປູກຕົ້ນໄມ້ມິດຕະພາບ; ຮັບຊົມການຝຶກແອບປະສານສົມທົບການກວາດລ້າງອາດຊະຍາກອນຂ້າມຊາຍແດນ; ພົບປະສົນທະນາລະຫວ່າງສອງຝ່າຍ ແລະ ລົງນາມໃນເອກະສານຮ່ວມມື; ຈັດຕັ້ງບັນດາການເຄື່ອນໄຫວກວດປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ໃຫ້ແກ່ປະຊາຊົນເຂດຊາຍແດນ ຫວຽດນາມ - ລາວ ຈຳນວນຫຼາຍກວ່າ 2.000 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ