(vovworld) - ໂດຍຕອບສະໜອງວັນຄົນພິການສາກົນ (3/12), ຕອນຄໍ່າວັນທີ 3/12, ກະຊວງແຮງານທະຫານເສຍອົງຄະ ແລະ ສັງຄົມ ໄດ້ສົມທົບກັບສະຫະສະມາຄົມຄົນພິການຫວຽດນາມ ຈັດຕັ້ງງານແລກປ່ຽນສິລະປະ “ສ້າງສັງຄົມທີ່ເຊື່ອມໂຍງໃຫ້ແກ່ຄົນພິການ”. ກ່າວຄຳເຫັນທີ່ງານພົບປະ, ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມ ຕ່ອງທິຟ໋ອງ (Tong Thi Phong) ຢືນຢັນວ່າ; ຈາກບັນດານະໂຍບາຍຂອງພັກ, ລັດ ພ້ອມກັບການໜູນຊ່ວຍຂອງອົງຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ບັນດາໜູ່ຄະນະ ແລະ ວົງຄະນະຍາດສັງຄົມ, ບັນດາຄົນພິການຢູ່ຫວຽດນາມ ໄດ້ບືນຕົວຂຶ້ນໃນການຮຽນໜັງສື, ຮຽນວິຊາຊີບ, ສ້າງວຽກເຮັດງານທຳທີ່ມີລາຍຮັບໃຫ້ແກ່ຕົນເອງ ແລະ ຄອບຄົວ; ເຂົ້າຮ່ວມບັນດາຂະບວນການກິລາ ແລະ ຍາດໄດ້ຜົນງານຫຼາຍຢ່າງໃນການແຂ່ງຂັນທັງຢູ່ພາຍໃນ ແລະ ຕ່າງປະເທດ. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ກ່າວວ່າ.
“ຂ້າພະເຈົ້າສະເໜີໃຫ້ອົງຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ແນວໂຮມປະເທດຊາດ, ບັນດາໝູ່ຄະນະສະມາຄົມຄົນພິການ, ທັງວົງຄະນະຍາດສັງຄົມເອົາໃຈໃສ່, ຈະສືບຕໍ່ມີຄວາມເອົາໃຈໃສ່, ໜູນຊ່ວຍຄົນພິການຫຼາຍກວ່າອີກ ເພື່ອບັນລຸໄດ້ໝາກຜົນທີ່ໃຫຍ່ຫຼວງກວ່າອີກ. ຂ້າພະເຈົ້າເຊື່ອໝັ້ນວ່າ, ຄົນພິການໃນທົ່ວປະເທດຈະສືບຕໍ່ມານະພະຍາຍາມສູ້ຊົນບືນຕົວຂຶ້ນ, ຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍເພື່ອຢືນຢັນຕົນເອງ ແລະ ເຊື່ອມໂຍງເຂົ້າກັບສັງຄົມ.”