ງານວາງສະແດງ ແລະ ສະແດງສິລະປະໃນໂອກາດວັນບຸນຫໍ່ເຂົ້າປະດັບດິນ
ຮູບພາບທີ່ໄດ້ວາງສະແດງໃນລາຍການ
(ພາບ: tuoitre.vn)
(vovworld) – ຕອນຄຳ່ວັນທີ 10/8, ຢູ່ນະຄອນໂຮ່ຈີມິນ, ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ນະຄອນ, ບໍລິສັດ Tincom Media ຈຳກັດ, ວັດ ຕື່ກວາງ, ວາລະສານພຸດທະສາສະໜາ ແລະ ນັກທຸລະກິດໄດ້ຈັດຕັ້ງງານວາງສະແດງ ແລະ ສະແດງສິລະປະສະເຫຼີມສະຫຼອງວັນບຸນຫໍ່ເຂົ້າປະດັບດິນ ດ້ວຍຫົວຂໍ້ “ເງົາແມ່“ ລາຍການດຳເນີນດ້ວຍການເຄື່ອນໄຫວຕົ້ນຕໍ່ຄື: ງານວາງສະແດງຮູບພາບສິລະປະ 100 ກວ່າແຜ່ນ ທີ່ສະແດງຄວາມຮັກລະຫວ່າງແມ່ລູກ ຂອງບັນດາຈິດຕະກອນທີ່ດີເດັ່ນ. ພິເສດແມ່ນໃນໂອກາດນີ້ກໍ່ໄດ້ວາງສະແດງປຶ້ມຄຳພີ ດ້ວຍສອງພາສາຫວຽດນາມ - ອັງກິດໃຫຍ່ກວ່າໝູ່ຢູ່ອາຊີ. ຕາມຄະນະຈັດຕັ້ງແລ້ວ, ລາຍການນີ້ ເພື່ອແນໃສ່ບໍລິຈາກເງິນເພື່ອກໍ່ສ້າງ ແລະ ມອບເຮືອນແຫ່ງສາຍຈິດມິດໃຈ 10 ຫຼັງ ໃຫ້ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ, ຄອບຄົວນະໂຍບາຍ.