ຈີນກ່າວເຕືອນເລື່ອງ ອາເມລິກາ ຈັດວາງອັດຕາພາສີຈະທຳລາຍທຸກໆຂໍ້ຕົກລົງການຄ້າທີ່ບັນລຸໄດ້

(VOVWORLD) - ທີ່ການປຶກສາຫາລືຄັ້ງທີ 3 ນີ້, 2 ຝ່າຍໄດ້ມີການພົບປະແລກປ່ຽນຢ່າງມີປະສິດທິຜົນໃນຫຼາຍບັນຫາຕ່າງໆຄື: ກະສິກຳ ແລະ ພະລັງງານ
ຈີນກ່າວເຕືອນເລື່ອງ ອາເມລິກາ ຈັດວາງອັດຕາພາສີຈະທຳລາຍທຸກໆຂໍ້ຕົກລົງການຄ້າທີ່ບັນລຸໄດ້ - ảnh 1ການປຶກສາຫາລືລະຫວ່າງ 2 ຝ່າຍ

ວັນທີ 3 ມິຖຸນາ, ຝ່າຍ ຈີນ ໄດ້ອອກຖະແຫຼງການ ພາຍຫຼັງສິ້ນສຸດການປຶກສາຫາລືຄັ້ງທີ 3 ກ່ຽວກັບເສດຖະກິດ ແລະ ການຄ້າລະຫວ່າງຄະນະຜູ້ແທນ ຈີນ ໂດຍທ່ານ ຫຼິວເຮີ້, ຮອງນາຍົກລັດຖະມົນຕີນຳໜ້າ ແລະ ຄະນະປະຕິບັດງານຂອງ ອາເມລິກາ ໂດຍທ່ານ Wilbur Ross, ລັດຖະມົນຕີການຄ້າ ນຳໜ້າ, ໃນລະຫວ່າງວັນທີ 2 – 3 ມິຖຸນາ, ຢູ່ປັກກິ່ງ.

        ຖະແຫຼງການໄດ້ຊີ້ແຈ້ງວ່າ, ເພື່ອແນໃສ່ປະຕິບັດຄວາມເຫັນດີເຫັນພ້ອມເຊິ່ງ ຈີນ ແລະ ອາເມລິກາ ບັນລຸໄດ້ໃນປຶກສາຫາລືຄັ້ງທີ 2 ຈັດຕັ້ງຢູ່ ວໍຊິງຕັນ ນັ້ນ, ທີ່ການປຶກສາຫາລືຄັ້ງທີ 3 ນີ້, 2 ຝ່າຍໄດ້ມີການພົບປະແລກປ່ຽນຢ່າງມີປະສິດທິຜົນໃນຫຼາຍບັນຫາຕ່າງໆຄື: ກະສິກຳ ແລະ ພະລັງງານ ແລະ ບັນລຸໄດ້ບັນດາຄວາມກ້າວໜ້າທີ່ຕັ້ງໜ້າ ແລະ ລະອຽດ. ເຖິງວ່າລາຍລະອຽດຂອງການປຶກສາຫາລືນີ້ບໍ່ທັນໄດ້ກຳນົດເທື່ອກໍ່ຕາມ, ແຕ່ຖະແຫຼງການຢັ້ງຢືນວ່າ: ຈີນ ກຽມພ້ອມແລ້ວສຳລັບການເພີ່ມທະວີການນຳເຂົ້າສິນຄ້າຈາກຫຼາຍປະເທດ, ໃນນັ້ນ ມີອາເມລິກາ, ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດໃຫ້ທັງ 2 ປະເທດ ແລະ ສ່ວນທີ່ເຫຼືອຂອງໂລກ. ແຕ່ເຖິງຢ່າງໃດກໍ່ຕາມ, ຈີນ ກ່າວເຕືອນບໍ່ວ່າຂໍ້ຕົກລົງໃດທີ່ບັນລຸໄດ້ໃນການປຶກສາຫາລືນີ້ ຈະບໍ່ມີຜົນສັກສິດ ຖ້າຫາກວ່າ ອາເມລິກາ ປະຕິບັດບັນດາມາດຕະການລົງໂທດດ້ານການຄ້າ, ເຊິ່ງລວມມີ ການຈັດວາງບັນດາອັດຕາພາສີສຳລັບ ສິນຄ້ານຳເຂົ້າຂອງຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ