ຊຸກຍູ້ການພົວພັນຮ່ວມມືຮອບດ້ານຫວຽດນາມ-ສ.ເກົາຫຼີ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີ ສ ເກົາຫຼີ Chung Hong – won
(ພາບ: VGP/Lê Sơn)
(vovworld) – ໃນຂອບເຂດການຢ້ຽມຢາມ ສ ເກົາຫຼີ ຢ່າງເປັນທາງການ ແຕ່ວັນທີ 19 – 23/1, ວັນທີ 20/1, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົວພັນກັບທ່ານນາຍົກລັດຖະມົນຕີ ສ ເກົາຫຼີ Chung Hong – won. ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ຖືການພົວພັນກັບ ສ ເກົາຫຼີ ເປັນສຳຄັນ ແລະ ຖືນີ້ແມ່ນໜຶ່ງໃນບັນດາບຸລິມະສິດໃນນະໂຍບາຍການຕ່າງປະເທດຂອງຫວຽດນາມ, ພ້ອມທັງເນັ້ນໜັກ ຫວຽດນາມ ຈະມານະພະຍາຍາມພ້ອມກັບ ສ ເກົາຫຼີ ເພື່ອເພີ່ມທະວີການຮ່ວມມືເສດຖະກິດ, ການຄ້າ, ການລົງທຶນ ແລະ ຮ່ວມມືແຮງງານແບບຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ 2 ປະເທດ.
ສ່ວນທ່ານນາຍົກລັດຖະມົນຕີ Chung Hong – won ຢືນຢັນວ່າ: ລັດຖະບານ ສ ເກົາຫຼີ ຈະຜັນຂະຫຍາຍບັນດາຂໍ້ຕົກລົງທີ່ບັນລຸໄດ້ລະຫວ່າງ 2 ປະເທດຢ່າງຕັ້ງໜ້າ ແລະ ຊຸກຍູ້ບັນດາໂຄງການຮ່ວມມືເສດຖະກິດ, ວິທະຍາສາດ ເຕັກໂນໂລຢີ ແລະ ຮ່ວມມືເພື່ອພ້ອມກັນພັດທະນາ. ທ່ານນາຍົກລັດຖະມົນຕີ Chung Hong – won ສະເໜີໃຫ້ 2 ຝ່າຍຈົ່ງມານະພະຍາຍາມເຈລະຈາເພື່ອເຊັນ FTA ຫວຽດນາມ - ສ ເກົາຫຼີ ໂດຍໄວ, ສ້າງກຳລັງໜູນຊຸກຍູ້ການຄ້າ 2 ປະເທດໃຫ້ບັນລຸຄາດໝາຍ 70 ຕື້ USD ໃນປີ 2020, ພ້ອມທັງໃຫ້ຄຳໝັ້ນສັນຍາຈະສືບຕໍ່ຜັນຂະຫຍາຍມາດຕະການຕ່າງໆເພື່ອແນໃສ່ຫລຸດຜ່ອນການນຳເຂົ້າເກີນດຸ່ນຂອງຫວຽດນາມ, ມຸ່ງໄປເຖິງການດຸ່ນດຽງການຄ້າລະຫວ່າງ 2 ປະເທດເທື່ອລະກ້າວ.
2 ຝ່າຍເຫັນດີເປັນເອກະສັນເພີ່ມທະວີການສົມທົບກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ຮັກສາສັນຕິພາບ, ສະຖຽນລະພາບ, ຮັບປະກັນຄວາມເສລີ, ຄວາມປອດໄພໃນການເດີນທະເລ... ກ່ຽວຂ້ອງເຖິງສະພາບການໃນແຫຼມ ເກົາຫຼີ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ: ຫວຽດນາມ ສະໜັບສະໜູນສັນຕິພາບ, ສະຖຽນລະພາບ ແລະ ສ້າງແຫຼມ ເກົາຫຼີ ປອດນິວເຄຼຍ.