(vovworld) - ຕອນບ່າຍວັນທີ 17/6, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ປະທານຄະນະກຳມາທິການຮ່ວມມື ຫວຽດນາມ - ລາວ, ເປັນປະທານກອງປະຊຸມຂອງຄະນະກຳມາທິການ ຮ່ວມມື ຫວຽດນາມ - ລາວ ໄດ້ທົບທວນຄືນວຽກງານຮ່ວມມືລົງທຶນ, ການຄ້າ, ການສຶກສາ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ລະຫວ່າງ ຫວຽດນາມ ກັບ ລາວ. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ: ການພົວພົນ ຫວຽດນາມ - ລາວ ພັດທະນານັບມື້ນັບດີງາມກ່ວາອີກ, ໃນນັ້ນເລື່ອງຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖີ່ນ, ວິສາຫະກິດ ກັບ ລາວ ຕ້ອງປະກອບສ່ວນຊຸກຍູ້ການພົວພັນແບບພິເສດລະຫວ່າງ 2 ປະເທດຢ່າງແຮງກ່ວາອີກ. ທ່ານ ຫງວຽນຊວນຟຸກ ຊີ້ນຳບັນດາອົງການຄຸ້ມຄອງປັບປຸງການເຄື່ອນໄຫວລົງທຶນຂອງບັນດາວິສາຫະກິດຢູ່ ລາວ, ບັນດາວິສາຫະກິດເຄົາລົບກົດໝາຍຂອງລາວ ຢ່າງເຂັ້ມງວດ, ປະຕິບັດວຽກງານຮັບປະກັນຊີວິດສັງຄົມຢູ່ທ້ອງຖີ່ນ ແລະ ໃຫ້ຄຳໝັ້ນສັນຍາກ່ຽວກັບການລົງທຶນ, ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ 2 ປະເທດ, ປະກອບສ່ວນຊ່ວຍລາວພັດທະນາເສດຖະກິດ - ສັງຄົມ. ທ່ານຮອງນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການຜັນຂະຫຍາຍບັນດາໜ້າທີ່ໄດ້ຮັບມອບໝາຍໃນການພົວພັນຮ່ວມມື ຫວຽດນາມ - ລາວ ຢ່າງວ່ອງໄວ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງການພົວພັນແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.