(vovworld) – ວັນທີ 12/04, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ, ສູນອາສາສະໝັກແຫ່ງຊາດ ໄດ້ຈັດພິທີສະຫຼຸບວຽກງານຊາວໜຸ່ມອາສາສະໝັກເຂົ້າຮ່ວມຮັບໃຊ້ ກອງປະຊຸມໃຫຍ່ສະຫະພັນລັດຖະສະພາສາກົນ (IPU 132). ເພື່ອຮັບໃຊ້ວຽກງານຈັດຕັ້ງກອງປະຊຸມໃຫຍ່ IPU 132, ແຕ່ເດືອນ 01/2015, ສູນກາງຊາວໜຸ່ມໄດ້ມອບໃຫ້ສູນອາສາສະໝັກແຫ່ງຊາດ ຈັດຕັ້ງການຄັດເລືອກ, ບຳລຸງສ້າງ ແລະ ປະສານງານບັນດາການເຄື່ອນໄຫວຂອງກຳລັງອາສາສະໝັກທີ່ຮັບໃຊ້ IPU 132. ວຽກງານຝຶກອົບຮົມໃຫ້ຊາວໜຸ່ມອາສາສະໝັກໄດ້ຮັບການຜັນຂະຫຍາຍຢ່າງລະອຽດລະອໍ ຜ່ານ 4 ຄັ້ງ ແລະ ແບ່ງເປັນຫຼາຍເນື້ອໃນທີ່ແຕກຕ່າງກັນ. ຜ່ານນັ້ນໄດ້ຊ່ວຍໃຫ້ຊາວໜຸ່ມອາສາສະໝັກ ມີຄວາມຮູ້ລວມກ່ຽວກັບ IPU 132, ຄວາມສາມາດດ້ານວິຊາຊີບ ແລະ ການຕ້ອນຮັບ. ຮັບຮູ້ບັນດາໝູ່ຄະນະ ແລະ ບັນດາຊາວໜຸ່ມອາສາສະໝັກທີ່ບັນລຸໄດ້ຜົນງານທີ່ພົ້ນເດັ່ນ, ຄະນະເລຂາສູນກາງຊາວໜຸ່ມ ໄດ້ມອບໃບຍ້ອງຍໍຂອງສູນກາງຊາວໜຸ່ມໃຫ້ 7 ໝູ່ຄະນະ ແລະ ຊາວໜຸ່ມອາສາສະໝັກ 10 ຄົນ; ສູນກາງສະຫະສະມາຄົມຊາວໜຸ່ມຫວຽດນາມ ໄດ້ມອບໃບຍ້ອງຍໍຂອງຄະນະກຳມະການສູນກາງສະມາຄົມ ໃຫ້ພະນັກງານ ແລະ ນັກສຶກສາອາສາສະໝັກດີເດັ່ນ 14 ຄົນ ທີ່ມີບັນດາຜົນງານພົ້ນເດັ່ນໃນການເຂົ້າຮ່ວມຮັບໃຊ້ IPU 132.