ຍົກສູງກຳລັງແກ່ງແຍ້ງແຫ່ງຊາດແລະປ່ຽນໃໝ່,ພັດທະນາວິສາຫະກິດ
(ຍົກສູງກຳລັງແກ່ງແຍ້ງແຫ່ງຊາດແລະປ່ຽນໃໝ່,ພັດທະນາວິສາຫະກິດ)
(vovworld) - ຕອນເຊົ້າວັນທີ 26/03, ຢູ່ຮ່າໂນ້ຍ, ຄະນະເສດຖະກິດສູນກາງ ໄດ້ສົມທົບກັບຄະນະພັກກຸ່ມວິສາຫະກິດສູນກາງ, ຫ້ອງການການຄ້າ ແລະ ອຸດສາຫະກຳຫວຽດນາມ ແລະ ທະນາຄານໂລກ ປະຈຳຫວຽດນາມ ໄດ້ຈັດກອງປະຊຸມສຳມະນາດ້ວຍຫົວຂໍ້ວ່າ “ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ແລະ ປ່ຽນໃໝ່, ພັດທະນາວິສາຫະກິດ”. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານ ເວືອງດິ່ງເຮ້ວ, ຫົວໜ້າຄະນະເສດຖະກິດສູນກາງຖືວ່າ: ກຳລັງແກ່ງແຍ້ງແຫ່ງຊາດມີຄວາມກ່ຽວພັນຢ່າງແໜ້ນແຟ້ນກັບສະພາບແວດລ້ອມແຫ່ງການດຳເນີນທຸລະກິດ ແລະ ພັດທະນາບັນດາຮູບແບບວິສາຫະກິດ. ສະນັ້ນ, ກອງປະຊຸມສຳມະນາຄັ້ງນີ້ແມ່ນເງື່ອນໄຂເພື່ອໃຫ້ບັນດາຜູ້ແທນບັນດາອົງການ, ກະຊວງ, ຂະແໜງການ, ນັກຊ່ຽວຊານດ້ານເສດຖະກິດໄຈ້ແຍກ, ຕີລາຄາເຮັດແຈ້ງບັນດາກຸ່ມບັນຫາ ແລະ ບັນດາຂໍ້ສະເໜີແນະ, ມາດຕະການແກ້ໄຂ. ຈາກນັ້ນສືບຕໍ່ຍູ້ແຮງການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ , ຍົກສູງກຳລັງແກ່ງແຍ້ງແຫ່ງຊາດ ຕິດພັນກັບການປ່ຽນໃໝ່, ພັດທະນາບັນດາຮູບແບບວິສາຫະກິດ, ໂດຍສະເພາະແມ່ນວິສາຫະກິດຂະໜາດກາງ ແລະ ນ້ອຍ ແລະ ວິສາຫະກິດເລີ່ມສ້າງອາຊີບຢູ່ຫວຽດນາມ.