ຍີ່ປຸ່ນແຫ່ຂະບວນປະທ້ວງແຜນການເປີດຖານທີ່ໝັ້ນທັບອາກາດໃໝ່ຂອງອາເມລິກາ
ການແຫ່ຂະບວນປະທ້ວງສຳນັກງານລັດຖະສະພາຍີ່ປຸ່ນ
(ພາບ: Ruply)
(vovworld) – ການແຫ່ຂະບວນຄັດຄ້ານແຜນການເປີດຖານທີ່ໝັ້ນທັບອາກາດໃໝ່ຂອງ ອາເມລິກາ ຢູ່ ຍີ່ປຸ່ນ ໄດ້ດຳເນີນໃນວັນທີ 24/5. ຊາວ ຍີ່ປຸ່ນ ນັບໝື່ນຄົນໄດ້ປິດລ້ອມສຳນັກງານລັດຖະສະພາປະເທດນີ້ຢູ່ ນະຄອນຫຼວງ ໂຕກຽວ ເພື່ອຄັດຄ້ານແຜນການກໍ່ສ້າງຖານທີ່ໝັ້ນທັບອາກາດໃໝ່ຂອງ ອາເມລິກາ ໃນເກາະ Okinawa ຢູ່ພາກໃຕ້ ຍີ່ປຸ່ນ. ບັນດາຜູ້ແຫ່ຂະບວນປະທ້ວງໄດ້ຍົກປ້າຍຄຳຂວັນຄັດຄ້ານເລື່ອງ ໂຕກຽວ ແລະ ວໍຊິງຕັນ ຕັ້ງໃຈຍົກຍ້າຍຖານທີ່ໝັ້ນທັບອາກາດ Futenma ຈາກນະຄອນ Ginowan ໄປຍັງ Henoko ໃນເກາະ Okinawa. ອາທິດຜ່ານມາ, ປະຊາຊົນ Okinawa ໄດ້ແຫ່ຂະບວນປະທ້ວງແຜນການຕັ້ງຖານທີ່ໝັ້ນກອງທັບອາກາດຂອງ ອາເມລິກາ ຢູ່ເກາະນີ້.