ຍູ້ແຮງປະສິດທິຜົນການເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນໃນໄລຍະເຊື່ອມໂຍງ
(ທ່ານນາງອະດີດຮອງປະທານປະເທດ ຫງວຽນທິບິ່ງ)
(vovworld) – ພິທີສະເຫຼີມສະຫຼອງ 64 ປີແຫ່ງວັດມູນເຊື້ອສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (17/11/1950 – 17/11/2014). ດຳເນີນໄປໃນຕອນເຊົ້າວັນທີ 17/11, ຢູ່ຮ່າໂນ້ຍ.
ກ່າວຄຳເຫັນທີ່ພິທີ, ທ່ານປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ ຫວູຊວນຮົ່ງ ຢືນຢັນວ່າ, ໃນຕະຫຼອດໄລຍະ 64 ປີຜ່ານມາ, ພະນັກງານປະຕິບັດວຽກງານພົວພັນຕ່າງປະເທດປະຊາຊົນລຸ່ນຕ່າງໆ ໄດ້ພ້ອມກັບກຳລັງພົວພັນຕ່າງປະເທດຂອງພັກ, ລັດ ຍາມໃດກໍ່ສືບທອດແນວຄິດພົວພັນຕ່າງປະເທດໂຮ່ຈິມິນ, ເສີມຂະຫຍາຍບົດບາດສຳຄັນໃນພາລະກິດຕໍ່ສູ້ຍາດເອົາເອກະລາດຊົນຊາດ ແລະ ສ້າງສາປະເທດຊາດ. ໃນໄລຍະປະຈຸບັນ, ຫວຽດນາມ ພວມສູ້ຊົນຮອດປີ 2020 ຈະກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝໂດຍພື້ນຖານ. ໃນສະພາບການນັ້ນ, ວຽກງານເຄື່ອນໄຫວພົວພັນຕ່າງປະເທດປະຊາຊົນ ນັບມື້ນັບໜັກໜ່ວງກວ່າ.
ເຂົ້າຮ່ວມ ແລະ ໂອ້ລົມກັບພະນັກງານປະຕິບັດວຽກງານພົວພັນຕ່າງປະເທດປະຊາຊົນ, ທ່ານນາງອະດີດຮອງປະທານປະເທດ ຫງວຽນທິບິ່ງ, ອະດີດປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ, ປະທານກອງທຶນສັນຕິພາບ ແລະ ພັດທະນາຫວຽດນາມ ເນັ້ນໜັກວ່າ.
“ປະຈຸບັນ, ພວກເຮົາພວມກ້າວເຂົ້າສູ່ໄລຍະໃໝ່, ໄລຍະໃໝ່ດ້ວຍບັນດາຈຸດໃໝ່ ສະນັ້ນວຽກງານພົວພັນຕ່າງປະເທດປະຊາຊົນ ກໍ່ຕ້ອງສືບທອດບັນດາບົດຮຽນສຳຄັນຂອງໄລຍະກ່ອນນີ້, ພ້ອມທັງເພີ່ມເຕີມ, ເຮັດແຈ້ງໃນໄລຍະປະຈຸບັນ. ບົດຮຽນທີ່ໃຫຍ່ຫຼວງຂອງປະຊາຊົນພວກເຮົາແມ່ນ ສະມັກຄີຊົນຊາດ, ສາມັກຄີກັບສາກົນ, ຂ້າພະເຈົ້າຄິດວ່າ ມັນຍັງຮັກສາຄຸນຄ່າເດີມ ແລະ ມີຄວາມໝາຍກວ່າເວລາໃດໝົດ. ພວກເຮົາຕ້ອງສ້າງສາຍພົວພັນທີ່ກວ້າງໃຫຍ່ກັບສາກົນໃຫ້ໄດ້, ເພື່ອໃຫ້ເຂົາເຈົ້າສະໜັບສະໜູນພວກເຮົາໃນການປົກປັກຮັກສາອະທິປະໄຕຂອງປະເທດຊາດ, ຊ່ວຍເຫຼືອດ້ານບົດຮຽນ, ກໍ່ຄືສ້າງເງື່ອນໄຂເພື່ອພັດທະນາປະເທດຊາດ”.