ຕຳຫຼວດປະກາດບັນຊີລາຍຊື່ບັນດາຜູ້ຖືກສົງໄສ
ຕຳຫຼວດປະກາດບັນຊີລາຍຊື່ບັນດາຜູ້ຖືກສົງໄສ
(ພາບ: AFP/ TTXVN)
(vovworld) – ວັນທີ 16/01, ບັນດາເຈົ້າໜ້າທີ່ອິນໂດເນເຊຍ ສືບຕໍ່ປະກາດບັນຊີລາຍຊື່ຂອງບັນດາຜູ້ຖືກສົງໄສໃນເຫດບຸກໂຈມຕີກໍ່ການຮ້າຍຢູ່ນະຄອນຫຼວງຈາກາຕາ, ເຮັດໃຫ້ 7 ຄົນເສຍຊີວິດ ໃນວັນທີ 14/01 ຜ່ານມາ. ຜູ້ບັນຊາການຕຳຫຼວດແຫ່ງຊາດອິນໂດເນເຊຍ, ນາຍພົນ Badrodin Haiti ໃຫ້ຮູ້ວ່າ, ເປົ້າໝາຍ 2 ຄົນທຳອິດແມ່ນ Afif Dias Sukanti ແລະ Muhammad Ali. ໃນນັ້ນ Afif Dias Sukantiໄດ້ຮັບການຝຶກຊ້ອມຢູ່ຄ້າຍຝຶກຊ້ອມກໍ່ການຮ້າຍຢູ່ເຂດ Acheh ຢູ່ອິນໂດເນເຊຍ ປີ 2010 ແລະ ຖືກຕັດສິນຈຳຄຸກ 7 ປີ ຍ້ອນກ່ຽວຂ້ອງເຖິງຄ້າຍຝຶກຊ້ອມນີ້. ຜູ້ຖືກສົງໄສ 2 ຄົນດັ່ງກ່າວຖືກຕຳຫຼວດ ຍິງຕາຍໃນການຍິງປະທະກັນ.
2 ຄົນອື່ນກໍຢັ້ງຢືນວ່າແມ່ນ Ahmad Muhazab bin Saroni ແລະ Dian Juni Kurniadi. ຕະຫຼວດກໍ່ຢັ້ງຢືນຊື່ຂອງຜູ້ທີ່ 5 ແມ່ນ Sugito, ແຕ່ຍັງບໍ່ທັນຮູ້ວ່າຜູ້ນີ້ແມ່ນໜຶ່ງໃນບັນດາຜູ້ບຸກໂຈມຕີຫຼືບໍ່.
ນອກຈາກ 5 ເປົ້າໝາຍດັ່ງກ່າວ, ເຈົ້າໜ້າທີ່ອິນໂດເຍນເຊຍ ຖືວ່າ, ຕົວການວາງລະເບີດຢ່າງລຽນຕິດ ແລະ ຍິງປືນຢູ່ຈາກາຕາ ແມ່ນ Muhammad Bahrun Naim Anggih Rantomo, ເຊິ່ງແມ່ນສະມາຊິກຂອງອົງການລັດອິດສະລາມ (IS) ອ້າງຊື່ເອງ.