ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ແລະ ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe
(ພາບ: Reuters)
(vovworld) – ເນື່ອງໃນໂອກາດການຢ້ຽມຢາມທາງລັດຖະກິດ ຍີ່ປຸ່ນ ຂອງທ່ານປະທານປະເທດ ເຈືອງເຕີນຊາງ, ວັນທີ 18/3, ຫວຽດນາມ ແລະ ຍີ່ປຸ່ນ ໄດ້ອອກຖະແຫຼງການຮ່ວມ ກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸກທະສາດຢ່າງເລິກເຊິ່ງກ້ວາງຂວາງເພື່ອສັນຕິພາບ ແລະ ຄວາມວັດທະນາຖາວອນ ຢູ່ອາຊີ. ໃນນັ້ນມີບາງເນື້ອໃນຕົ້ນຕໍ່ດັ່ງນີ້.
ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ປະຕິບັດບັນດາກົນໄກຄູ່ເຈລະຈາທີ່ມີຢູ່ແລ້ວຢ່າງມີປະສິດທິຜົນ.
ສອງຝ່າຍເຫັນດີເປັນເອກະສັນສືບຕໍ່ສົມທົບກັນຜັນຂະຫຍາຍ “ບົດບັນທຶກຊ່ວຍຈຳລະຫວ່າງກະຊວງປ້ອງກັນປະເທດ ຫວຽດນາມ ແລະ ກະຊວງປ້ອງກັນປະເທດ ຍີ່ປຸ່ນ ກ່ຽວກັບການຮ່ວມມື ແລະ ແລກປ່ຽນການປ້ອງກັນປະເທດ 2 ຝ່າຍ” ເຊິ່ງລົງນາມເມື່ອປີ 2011 ຢ່າງມີປະສິດທິຜົນ.
ສອງຝ່າຍຢັ້ງຢືນວ່າ 2 ປະເທດຈະສືບຕໍ່ເພີ່ມທະວີການຮ່ວມມືກ່ຍວກັບຄວາມປອດໄພໃນການເດີນທະເລ.
ທ່ານປະທານປະເທດ ຫວຽດນາມ ເຈືອງເຕີນຊາງ ຕີລາຄາສູງການໜູນຊ່ວຍຂອງ ຍີ່ປຸ່ນ ທີ່ສະຫງວຽນໃຫ້ແກ່ ຫວຽດນາມ ໃນຂົງເຂດປະຕິຮູບກົດໝາຍ ແລະ ຕຸລາການ.
ຍີ່ປຸ່ນຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນເພື່ອຜັນຂະຫຍາຍແຜນການເຄື່ອນໄຫວໃຫ້ແກ່ 6 ຂະແໜງໄດ້ຮັບການເລືອກເຟັ້ນໃນຍຸດທະສາດຫັນເປັນອຸດສາຫະກຳຂອງ ຫວຽດນາມ ໃນຂອບເຂດຮ່ວມມື ຫວຽດນາມ - ຍີ່ປຸ່ນ ມຸ່ງໄປເຖິງປີ 2020, ວິໄສທັດ 2030.
ຍີ່ປຸ່ນ ຢັ້ງຢືນສືບຕໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍໜູນຊ່ວຍພັດທະນາທາງການ (ODA) ຂອງ ຍີ່ປຸ່ນເພື່ອປະກອບສ່ວນເຂົ້າໃນການພັດທະນາແບບຍືນຍົງຂອງ ຫວຽດນາມ.
ສອງຝ່າຍຕົກລົງເພີ່ມທະວີການຮ່ວມມືໃນຂອບເຂດບັນດາຂໍ້ຕົກລົງຮ່ວມມືທີ່ໄດ້ລົງນາມຢູ່ແລ້ວ ເພື່ອແນໃສ່ຊຸກຍູ້ການພັດທະນາ ແລະ ນຳໃຊ້ພື້ນຖານໂຄງລ່າງຢູ່ ຫວຽດນາມ.
ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ, 2 ຝ່າຍຢືນຢັນເພີ່ມທະວີການສົມທົບກັນ ແລະ ຮ່ວມມືຢ່າງເລິກເຊິ່ງ ກ້ວາງຂວາງຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ.
ສອງຝ່າຍເຫັນດີເປັນເອກະສັນຮ່ວມມືຢ່າງແໜ້ນແຟ້ນໃນວິວັດການເຈລະຈາສັນຍາຄູ່ຮ່ວມມືເຂດປາຊີຟິກ (TPP) ແລະ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP).
ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ຕີລາຄາສູງບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ມຸ່ງໄປເຖິງການແກ້ໄຂບັນດາບັນຫາບົນທະເລ. ການນຳ 2 ທ່ານກໍ່ແບ່ງປັນທັດສະນະທີ່ວ່າ ຂໍ້ກຳນົດກົດລະບຽບການປະພຶດຢູ່ທະເລຕາເວັນອອກ (COC) ຕ້ອງໄດ້ຮັບການສ້າງສຳເລັດໂດຍໄວ.