ກຳປັ່ນສູ້ຮົບລັດເຊຍ ແລະ ຈີນ ຍິງລູກສອນໄຟ
(ພາບ:pda.vietbao.vn)
( vovworld ) – ວັນທີ 26/4, ໃນຂອບເຂດບັນດາການເຄື່ອນໄຫວຊ້ອມຮົບຮ່ວມໃນເຂດທະເລເຫຼືອງ, ບັນດາກຳປັ່ນສູ້ຮົບຂອງລັດເຊຍ ແລະ ຈີນ ໄດ້ຊ້ອມຮົບດ້ວຍການ ຍິງລູກປືນແທ້ ໂດຍມີການເຂົ້າຮ່ວມຂອງກຳປັ່ນສູ້ຮົບ 6 ລຳ. ໃນວັນດຽວກັນ, ທະຫານເຮືອສອງປະເທດກໍໄດ້ດຳເນີນການຊ້ອມຮົບ ຊື່ງມີການເຂົ້າຮ່ວມຂອງກຳປັ່ນສູ້ຮົບ 19 ລຳ ແລະ ເຮືອບິນ 19 ລຳຂອງສອງຝ່າຍ ດ້ວຍເນື້ອໃນການຝຶກຊ້ອມແມ່ນການປ້ອງກັນອາກາດ, ຍຸດໂທບາຍກຳປັ່ນດຳນ້ຳ, ຄົ້ນພົບ, ກູ້ຊ່ວຍກຳປັ່ນຖືກປຸ້ນສະດົມ ແລະ ຊ້ອມຮົບຕ້ານກໍ່ການຮ້າຍ. ນີ້ແມ່ນການຊ້ອມຮົບຮ່ວມຄັ້ງທຳອິດຂອງທະຫານເຮືອສອງປະເທດ.
ໃນວັນທີ 26/4 ດຽວກັນນີ້, ຢູ່ໂຕກຽວ, ທ່ານນນາຍົກລັດຖະມົນຕີຍີ່ປຸ່ນ Yoshihiko Nopda ແລະ ອະດີດກຳມະການໃນຄະນະລັດຖະບານຈິນ ຖາງເຈັຍສຽນ ໄດ້ເຫັນດີເປັນເອກະສັນ ຈະເພີ່ມທະວີການພົວພັນສອງຝ່າຍ ໂດຍຜ່ານການຮ່ວມມືດ້ານເສດຖະກິດ ແລະ ການພົບປະແລກປ່ຽນລະຫວ່າງບັນດາການນຳ ໃນໂອກາດສະເຫຼີມສະຫຼອງ 40 ປີແຫ່ງວັນສອງປະເທດສ້າງສາຍພົວພັນທາງການທູດເປັນປົກກະຕິ. ກ່ອນໜ້ານນັ້ນ ທ່ານ ຖາງເຈັຍສຽນ ໄດ້ມີການພົບປະເຈລະຈາກັບທ່ານ Seiji Maehara ປະທານຄະນະກຳມະການຄົ້ນຄ້ວານະໂຍບາຍ ພັກປະຊາທິປະໄຕຍີ່ປຸ່ນ DPJ. ສອງຝ່າຍໄດ້ເຫັນດີເປັນເອກະສັນກັບທັດສະນະທີ່ວ່າ: ຕ້ອງເຊື່ອມຕໍ່ການເຈລະຈາ 6 ຝ່າຍຄືນໃໝ່ ເພອ່ແກ້ໄຂບັນຫານິວເຄຼຍຂອງ ສປປເກົາຫຼີ ພາຍຫຼັງທີ່ປະເທດນີ້ ຍິງທົດລອງລູກສອນໄຟນຳວິຖີໄລຍະໄກ.