ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ເດີນທາງໄປຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ

(VOVWORLD) - ການຢ້ຽມຢາມດຳເນີນໄປໃນສະພາບການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ພວມພັດທະນາຢ່າງດີງາມ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ເດີນທາງໄປຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ - ảnh 1(ທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ ໄດ້ໄປຮອດນະຄອນຫຼວງ ເຊີອຸນ)

ຕອນເຊົ້າວັນທີ 30 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ເລທິບິກເຈິນ ພ້ອມກັບຄະນະຜູ້ແທນ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ແຕ່ວັນທີ 30 ມິຖຸນາ - 03 ກໍລະກົດ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Han Duck-soo ແລະ ພັນລະຍາ Choi Ah-young.

ນີ້ແມ່ນການຢ້ຽມຢາມທາງການຄັ້ງທຳອິດຂອງການນຳຂັ້ນສູງ ຫວຽດນາມ ໄປຍັງ ສ.ເກົາຫຼີ, ພາຍຫຼັງທີ່ 2 ປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2022; ພ້ອມທັງແມ່ນການຢ້ຽມຢາມ ສ.ເກົາຫຼີ ເປັນຄັ້ງທຳອິດຂອງນາຍົກລັດຖະມົນຕີ ພາຍຫຼັງ 5 ປີ ແລະ ກໍ່ແມ່ນການຢ້ຽມຢາມເປັນຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ນັບແຕ່ເມື່ອດຳລົງຕຳແໜ່ງຜູ້ນຳໜ້າລັດຖະບານ (ປີ 2021).

ການຢ້ຽມຢາມດຳເນີນໄປໃນສະພາບການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ ພວມພັດທະນາຢ່າງດີງາມ, 2 ປະເທດຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ໃນປີ 2022.

ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນ ຫວຽດນາມ ໄດ້ໄປຮອດສະໜາມການທະຫານ Seongnam ຢູ່ນະຄອນຫຼວງ ເຊີອຸນ, ເລີ່ມຕົ້ນການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ