ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົົ້າຮ່ວມເວທີປາໄສ ວິສາຫະກິດ ອາຊີ - ເອີລົບ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບ ທ່ານນາງນາຍົກລັດຖະມົນຕີ ນອກແວ Erna Solberg ແມ່ນການນຳ 2 ທ່ານຂອງ ASEM ໄດ້ເຊື້ອເຊີນກ່າວຄຳປາໄສທີ່ເວທີປາໄສດັ່ງກ່າວ.

ກ່ອນທີ່ດຳເນີນກອງປະຊຸມ ASEM 12 ໃນວັນທີ 18 ຕຸລາ, ຢູ່ນະຄອນຫຼວງ ບຣຸກແຊນ, ປະເທດແບນຊິກ, ໄດ້ດຳເນີນເວທີປາໄສວິສາຫະກິດອາຊີ - ເອີລົບ ຄັ້ງທີ 16 ດ້ວຍຫົວຂໍ້ “ເຊື່ອມຕໍ່ສ້າງຂົວຕໍ່ລະຫວ່າງ ອາຊີ - ເອີລົບ”. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມກັບ ທ່ານນາງນາຍົກລັດຖະມົນຕີ ນອກແວ Erna Solberg ແມ່ນການນຳ 2 ທ່ານຂອງ ASEM ໄດ້ເຊື້ອເຊີນກ່າວຄຳປາໄສທີ່ເວທີປາໄສດັ່ງກ່າວ.

        ໃນບົດກ່າວປາໄສ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍຍຸດທະສາດເຊື່ອມຕໍ່ອາຊີ - ເອີລົບ ຂອງ ອີຢູ ແລະ ສະເໜີໃຫ້ບັນດາວິສາຫະກິດ ອາຊີ - ເອີລົບ ຄວນເປັນເຈົ້າການ, ຕັ້ງໜ້າ, ຍູ້ແຮງການເຊື່ອມຕໍ່ອາຊີ - ເອີລົບ ເພື່ອແນໃສ່ຫັນບັນດາຄວາມສາມາດບົ່ມຊ້ອນການພັດທະນາຂອງ 2 ທະວີບໃຫ້ປະກົດຜົນເປັນຈິງ:

        “ດ້ວຍບົດບາດສ້າງສັນການພັດທະນາ, ບັນດາລັດຖະບານສ້າງກົນໄກ, ນະໂຍບາຍສະດວກ, ເຊັນບັນດາຂໍ້ຕົກລົງສາກົນ, ເປີດຊ່ອງທາງໃຫ້ວິສາຫະກິດດຳເນີນທຸລະກິດ. ຂ້າພະເຈົ້າສະເໜີຈັດຕັ້ງການໂອ້ລົມສົນທະນາປະຈຳໄລຍະລະຫວ່າງການນຳບັນດາປະເທດ ແລະ ປະຊາຄົມວິສາຫະກິດ 2 ທະວີບ ໃນໂອກາດຈັດກອງປະຊຸມສຸດຍອດ ASEM, ຄວນຍູ້ແຮງການເຄື່ອນໄຫວຂອງກອງປະຊຸມລັດຖະມົນຕີເສດຖະກິດ ASEM ແລະ ການໂອ້ລົມສົນທະນາລະຫວ່າງບັນດາລັດຖະມົນຕີເສດຖະກິດ ກັບປະຊາຄົມວິສາຫະກິດ 2 ທະວີບເພື່ອແນໃສ່ຜັນຂະຫຍາຍບັນດາການກຳນົດທິດຮ່ວມມື ASEM ໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ.”

        ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ພ້ອມກັບເລື່ອງຜັນຂະຫຍາຍສັນຍາແມ່ ກ່ຽວກັບການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານ, ເລື່ອງລົງນາມ ແລະ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ອີຢູ ໂດຍໄວຈະແມ່ນບາດກ້າວບຸກທະລຸ ສ້າງກຳລັງໜູນໃໝ່ໃຫ້ແກ່ດ້ານການຄ້າ ການລົງທຶນລະຫວ່າງ ຫວຽດນາມ ກັບ ອີຢູ ກໍ່ຄືກັບເອີລົບ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ