ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ຕ້ານໂລກລະບາດ Covid 19
(VOVWORLD) - “ພວກເຮົາບໍ່ຕ້ອງປະໝາດ ແລະ ລະເຫຼີງຕໍ່ວຽກງານ, ບໍ່່ປະໃຫ້ຄວາມຢ້ານກົວສົ່ງຜົນສະທ້ອນຕໍ່ຈິດຕະຂອງປະຊາຊົນ...”
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມ (ພາບ: TTXVN) |
ຕອນບ່າຍວັນທີ 2 ມີນາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການສະກັດກັ້ນ ແລະ ຕ້ານໂລກລະບາດ Covid 19 ເພື່ອຮັບຟັງການລາຍງານສະພາບການ ໂລກລະບາດ Covid 19 ແລະ ປຶກສາຫາລືບັນດາມາດຕະການສະກັດກັ້ນ ແລະ ຕ້ານໂລກລະບາດດັ່ງກ່າວ. ກ່າວຄໍາເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີວ່າ:
“ພວກເຮົາບໍ່ຕ້ອງປະໝາດ ແລະ ລະເຫຼີງຕໍ່ວຽກງານ, ບໍ່່ປະໃຫ້ຄວາມຢ້ານກົວສົ່ງຜົນສະທ້ອນຕໍ່ຈິດຕະຂອງປະຊາຊົນ, ທ່າທີ່ຂອງພວກເຮົາແມ່ນບໍ່ຕ້ອງລັ່ງເລໃຈ, ບໍ່ຄວນພໍໃຈຕໍ່ຜົນທີ່ພວກເຮົາບັນລຸໄດ້ ແລະ ຕ້ອງເຮັດຢ່່າງຂ້ຽວຂາດ; ບໍ່ຈໍາແນກການປະພຶດ, ແຕ່ຕ້ອງຈໍາກັດທຸກໆຄົນໄປຜ່ານເຂດເກີດໂລກລະບາດໃນລະດັບສູງສຸດ. ພວກເຮົາຕ້ອງມີມາດຕະການ ເພື່ອແຍກຕົວຜູ້ສົງໄສຕິດໂລກພະຍາດຢ່າງແຂງແຮງກວ່າເກົ່າ ເພື່ອປົກປັກຮັກສາສຸຂະພາບ ແລະ ຊີວິດຂອງປະຊາຊົນ”.