ທ່ານນາຍົກລັດຖະມົນຕີAlgeriaຍ້ອງຍໍສັນລະເສີນຄວາມປີຊາສາມາດຂອງພົນເອກຫວໍ້ງວຽນຢາບ
ພົນເອກຫວໍ້ງວຽນຢາບ ແລະ ທ່ານAbdelaziz Bouteflikaປະທານາທິບໍດີ Algeria
ພາບ:internet
|
(vovworld)- ທ່ານນາຍົກລັດຖະມົນຕີ Algeria Abdelmalek Sellal ເອີ້ນພົນເອກຫວໍ້ງວຽນຢາບ ແມ່ນ“ຫນຶ່ງໃນບັນດານັກປະຕິວັດຍິງໃຫຍ່ກວ່າໝູ່ຢູ່ໃນໂລກ” ແລະ ແມ່ນ ວິລະຊົນຜູ້ຍິ່ງໃຫຍ່ໄດ້ສ້າງເປັນຂີດໝາຍໃຫ້ແກ່ສັດຕະວັດຜ່ານມາ. ເມື່ອໂອ້ລົມກັບທ່ານ ຫວູວັນຮຽບ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Algeria, ທ່ານນາຍົກລັດຖະມົນຕີ Algeria Abdelmalek Sellal ຕີລາຄາສູງຄວາມປິຊາສາມາດດ້ານການທະຫານ ແລະ ສິລະຍຸດໃນການຕໍ່ສູ້ປະຕິວັດຂອງພົນເອກ ຫວໍ້ງວຽນຢາບ. ທ່ານນາຍົກລັດຖະມົນຕີ Algeria Abdelmalek Sellal ຢືນຢັນວ່າ: ພົນເອກ ຫວໍ້ງວຽນຢາບ ໄດ້ຊ່ວຍບັນດານັກປະຕິວັດ Algeria ຮຳ່ຮຽນໄດ້ຫລາຍສິ່ງຫລາຍຢ່າງ, ພິເສດ ແມ່ນເຮັດແນວໃດເພື່ອດຳເນີນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ. ທ່ານເວົ້າວ່າ: ຊາວ Algeria ຈະຮຳ່ຮຽນເອົາບົດຮຽນທັງໝົດຂອງເພີ່ນ ເພາະວ່າ ຍັງຕ້ອງການເຖິງບັນດາບົດຮຽນຂອງພົນເອກ ຫວໍ້ງວຽນຢາບ. ທ່ານນາຍົກລັດຖະມົນຕີ Sellal ເວົ້າຕື່ມອີກວ່າ: ຊາວ Algeria ຫລາຍຄົນ, ນັບທັງ ຜູ້ເຖົ້າຜູ້ແກ່ຕະຫລອດຮອດລຸ້ນຫນຸ່ມ ລ້ວນແຕ່ຮູ້ຈັກເຖິງພົນເອກ ຫວໍ້ງວຽນຢາບ ແລະ ຮັກແພງ, ເຄົາລົບນັບຖືເພີ່ນ ເພາະວ່າ ພົນເອກຍັງຄົງແມ່ນຫນຶ່ງໃນບັນດານັກວິລະຊົນຜູ້ຍິ່ງໃຫຍ່ທີ່ສຸດຂອງການປະຕິວັດ ຫວຽດນາມ.