ທ່ານເຈຶອງເຕີນຊາງ ເປັນປະທານວາລະປະຊຸມ ຄັ້ງທີ 10 ຄະນະຊີ້ນຳ ການປະຕິຮູບຕຸລະການ ສູນກາງ
(ພາບ: vov.vn)
(vovworld)- ວັນທີ 28/3, ຄະນະຊີ້ນຳການປະຕິຮູບຕຸລະການສູນກາງ ໄດ້ຈັດວາລະປະຊຸມຄັ້ງທີ 10 ເພື່ອແນໃສ່ປະກອບຄຳເຫັນໃສ່ບົດລາຍງານຂອງຄະນະຊີ້ນຳກ່ຽວກັບຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ. ທີ່ວາລະປະຊຸມ, ບັນດາຜູ້ແທນໄດ້ເຫັນດີເຫັນພ້ອມກັບຫຼາຍເນື້ອໃນຂອງຮ່າງລັດຖະທຳມະນູນປີ 1992 ສະບັບປັບປຸງ ແລະ ເນັ້ນໜັກວ່າ ຮ່າງລັດຖະທຳມະນູນໄດ້ສືບທອດບັນດາຂໍ້ກຳນົດຂອງລັດຖະທຳມະນູນປີ 1992 ແລະ ລັດຖະທຳມະນູນສະບັບກ່ອນ ຍັງເໝາະສົມກັບສະພາບການປະຈຸບັນ. ບັນດາຜູ້ແທນຢັນຢັນວ່າ ລັດຖະທຳມະນູນແມ່ນເອກະສານກົດໝາຍພື້ນຖານ, ເພື່ອຮັບປະກັນສິດອຳນາດຂອງລັດ, ການປະຕິບັດສິດອຳນາດເພື່ອຮັບໃຊ້ໃຫ້ແກ່ຜົນປະໂຫຍດຂອງພົນລະເມືອງ, ການປົກປ້ອງລັດຖະທຳມະນູນແມ່ນສິ່ງແນ່ນອນພາວະວິໄສ.
ກ່າວຄຳເຫັນນະທີ່ນີ້, ທ່ານປະທານປະເທດເຈືອງເຕີນຊາງ, ຫົວໜ້າຄະນະຊີ້ນຳການປະຕິຮູບຕຸລະການສູນກາງ ສະເໜີໃຫ້ຄະນຊີ້ນຳ ສົມທົບກັບບັນດາອົງການມີໜ້າທີ່ຮັບຜິດຊອບ ເຂົ້າຮ່ວມການປະກອບຄຳເຫັນໃສ່ຮ່າງບົດລາຍງານປັບປຸງລັດຖະທຳມະນູນປີ 1992. ພ້ອມກັນນັ້ນ ຜູ້ປະຈຳການຄະນະຊີ້ນຳ ຮັບເອົາຄຳເຫັນບົນຈິດໃຈເຂັ້ມງວດ, ວິທະຍາສາດ, ສືບຕໍ່ສ້າງບົດລາຍງານປະກອບຄຳເຫັນຂອງຄະນະຊີ້ນຳສຳເລັດ ເພື່ອຍື່ນສະເໜີຕໍ່ຄະນະຮຽບຮຽງປັບປຸງຮ່າງລັດຖະທຳມະນູນປີ 1992 ເພື່ອສ້າງລັດຖະທຳມະນູນທີ່ຕອບສະໜອງຕາມຄວາມມຸ້ງຫວັງຂອງທົ່ວພັກ, ທົ່ວປວງຊົນ.