ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານ ໄຊສົມພອນ
ພົມວິຫານ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ
|
(vovworld)- ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ. ນະທີ່ນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເນັ້ນຫນັກວ່າ: ແນວໂຮມປະເທດຊາດຫວຽດນາມ ແລະ ແນວລາວສ້າງຊາດ ລ້ວນແຕ່ມີທີ່ຕັ້ງສຳຄັນທີ່ສຸດໃນລະບົບການເມືອງຢູ່ແຕ່ລະປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ອວຍພອນແນວລາວສ້າງຊາດ ສືບຕໍ່ເສີມຂະຫຍາຍບັນດາຜົນງານ, ບົດຮຽນທີ່ມີຢູ່ແລ້ວ, ປະຕິບັດພາລະບົດບາດຂອງຕົນເປັນຢ່າງດີ, ປັບປຸງ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ, ປະຕິບັດບັນດາແຜນນະໂຍບາຍ, ແນວທາງ ຊື່ງພັກປະຊາຊົນປະຕິວັດລາວໄດ້ວາງອອກຢ່າງມີໄຊ, ປະກອບສ່ວນເຂົ້າໃນພາລະກິດລວມຂອງພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ພ້ອມທັງເພີ່ມພູນຄູນສ້າງ, ພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານຫວຽດນາມ ລາວ.
ສ່ວນທ່ານໄຊສົມພອນ ພົມວິຫານ ໄດ້ສະແດງຄວາມປິຕິຊົມຊື່ນກ່ຽວກັບການພັດທະນາການພົວພັນລາວ ຫວຽດນາມ ນັບມື້ນັບເລິກເຊິ່ງກວ້າງຂວາງ. ທ່ານໄຊສົມພອນ ພົມວິຫານ ປາດຖະຫນາວ່າ ການພົວພັນຮ່ວມມື ລາວ ຫວຽດນາມ ນັບມື້ນັບແທດຈິງ, ມີປະສິດທິຜົນໃນໄລຍະຈະມາເຖິງ. ຕອນບ່າຍວັນດຽວກັນ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕ້ອນຮັບ ທ່ານ ວິໄລວົງ ບຸດດາຄຳ, ກຳມະການສູນກາງພັກ, ປະທານສະມາຄົມມິດຕະພາບ ລາວຫວຽດນາມ. ນະທີ່ນີ້, ທ່ານ ວິໄລວົງ ບຸດດາລາ ແຈ້ງໃຫ້ທ່ານເລຂາທິການໃຫຍ່ ຊາບກ່ຽວກັບການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ປາດຖະຫນາວ່າ ໄລຍະຈະມາເຖິງ ສອງສະມາຄົມມິດຕະພາບ ລາວຫວຽດນາມ, ຫວຽດນາມ ລາວ ສືບຕໍ່ມີຫລາຍຂໍ້ລິເລີ່ມ, ຈັດຕັ້ງການເຄື່ອນໄຫວຫລາຍຢ່າງທີ່ແທດຈິງ ແລະ ມີປະໂຫຍດ, ຜ່ານນັ້ນເພີ່ມທະວີການພົວພັນມິດຕະພາບ ແລະ ຄວາມສາມັກຄີສະຫນິດຕິດພັນລະຫວ່າງສອງຊາດ, ປະກອບສ່ວນເພີ່ມພູນຄູນສ້າງພັດທະນາການພົວພັນຫວຽດນາມ -ລາວ, ລາວ-ຫວຽດນາມ ໝັ້ນຄົງຂະຫນົງແກ່ນໄປຊົ່ວກາລະນານ.