ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕ້ອນຮັບທ່ານ Caclot Raphaen
ປະທານຄະນະກຳມະການປົກປ້ອງປະຕິວັດ ກູບາ(ພາບ:vtvcantho.vn)
(vovworld) - ຕອນບ່າຍວັນທີ 17/2, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ໄດ້ໃຫ້ການຕ້ອນຮັບທ່ານ Caclot Raphaen Miranda Mactinet ປະທານຄະນະກຳມະການປົກປ້ອງປະຕິວັດ ກູບາ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ. ທ່ານ Caclot Raphaen Miranda ສະແດງຄວາມຂອບອົກຂອບໃຈບັນດາອາລົມຈິດ, ການສະຫນັບສະຫນູນ, ການຊ່ວຍເຫລືອອັນລ້ຳຄ່າ ຊຶ່ງພັກ, ລັດ ແລະ ປະຊາຊົນຫວຽດນາມ ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຍາມໃດກໍສະຫງວນໃຫ້ແກ່ປະຊາຊົນ ກູບາ, ສະແດງຄວາມເຄົາລົບນັບຖື ແລະ ອວຍພອນບັນດາຜົນງານອັນໃຫຍ່ຫລວງ ຊຶ່ງພັກ ແລະ ປະຊາຊົນຫວຽດນາມ ຍາດມາໄດ້ໃນພາລະກິດປ່ຽນແປງໃຫມ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ຕີລາຄາສູງບົດບາດຂອງຄະນະກຳມະການ ປົກປ້ອງປະຕິວັດ ກູບາ ໃນການເຕົ້າໂຮມປະຊາຊົນທຸກຊັ້ນວັນນະໃນການຕໍ່ສູ້ປົກປັກຮັກສາລະບອບສັງຄົມນິຍົມຢ່າງໝັ້ນແກ່ນ ແລະ ບັນດາຜົນງານຂອງການປະຕິວັດ, ຂອບອົກຂອບໃຈການສະຫນັບສະຫນູນອັນໃຫຍ່ຫລວງ ແລະ ອາລົມຈິດບໍລິສຸດຜຸດຜ່ອງ ຊຶ່ງພັກ ແລະ ປະຊາຊົນ ກູບາ ສະຫງວນໃຫ້ແກ່ປະຊາຊົນຫວຽດນາມ. ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແຈ້ງໃຫ້ທ່ານ Caclot ຮັບຊາບ ກ່ຽວກັບສະພາບການຢູ່ຫວຽດນາມ ໃນປະຈຸບັນ, ກ່ຽວກັບເນື້ອໃນກອງປະຊຸມ ຄະນະບໍລິຫານງານສູນກາງພັກຄັ້ງທີ 4 ແລະ ຢືນຢັນເຖິງ ຄວາມສາມັກຄີສະເໝີຕົ້ນສະເໝີປາຍ, ແລະ ຄວາມຕັດສິນໃຈເພີ່ມທະວີການປັບປຸງສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ, ນຳການພົວພັນຫວຽດນາມ ກູບາ ກ້າວເຂົ້າສູ່ລວງເລີກ, ມີປະສິດທິຜົນ ແລະ ແທດຈິງກວ່າ.