ທ່ານເລຮົງແອງເຮັດວຽກຢູ່ເມືອງກີ່ແອງ
(ພາບປະກອບ: baohatinh.vn)
(vovworld)- ວັນທີ 14/3, ຄະນະປະຕິບັດງານສູນກາງ ໂດຍທ່ານເລຮົງແອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່າຕິ໋ງ. ທີ່ການເຮັດວຽກກັບການນຳແຂວງຮ່າຕິ໋ງ, ທ່ານເລຮົ່ງແອງ ໄດ້ ຮຽກຮ້ອງໃຫ້ແຂວງຮ່າຕິ໋ງ ຈົ່ງສຸມໃສ່ການກໍ່ສ້າງຊົນນະບົດໃໝ່, ນຳໃຊ້ບັນດາຄວາມກ້າວໜ້າດ້ານວິທະຍາສາດ, ຫັນປ່ຽນໂຄງປະກອບການຜະລິດປຸງແຕ່ງ ແລະ ຈຳໜ່າຍຜະລິດຕະພັນ, ຍົກສູງຄຸນຄ່າການຜະລິດ. ຮ່າຕິ໋ງ ສືບຕໍ່ຜັນຂະຫຍາຍການປະຕິບັດມະຕິຂອງສູນກາງຄັ້ງທີ 4 ກ່ຽວກັບ “ບາງບັນຫາຮີບດ່ວນກ່ຽວກັບການກໍ່ສ້າງພັກໃນປະຈຸບັນ“ ຢ່າງມີປະສິດທິຜົນ. ຄະນັກພັກແຂວງຮ່າຕິ໋ງ ຕ້ອງສືບຕໍ່ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດປະທານໂຮ່ຈິມິນ; ຍົກສູງຄວາມຮັບຜິດຊອບຂອງພະນັກງານ, ສະມາຊິກພັກ. ກ່ອນໜ້ານັ້ນ, ຄະນະປະຕິບັດງານ ໄດ້ເຮັດວຽກກັບເມືອງກີ່ແອງ ແລະ ຢ້ຽມຢາມເຂດເສດຖະກິດຫວູງອາງ.