ທ່ານ Christopher Stevens ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ລີບີ
ພາບ: vietnamnet.vn
|
(vovworld) - ວັນທີ 12/9, ກະຊວງພາຍໃນ ລີບີ ໃຫ້ຮູ້ວ່າ: ທ່ານ Christopher Stevens ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ລີບີ ພ້ອມກັບເຈົ້າຫນ້າທີ່ອື່ນ 3 ທ່ານຖືກເສຍຊີວິດໃນເຫດບຸກໂຈມຕີໃສ່ສະຖານທູດ ອາເມລິກາ ຢູ່ນະຄອນ Benghazi ຂອງລີບີໂດຍຜູ້ແຫ່ຂະບວນປະທ້ວງກໍ່ຂຶ້ນ. ວັນທີ 11/9, ຜູ້ແຫ່ຂະບວນປ ະທ້ວງນັບ 100 ຄົນ ໄດ້ບຸກໂຈມຕີໃສ່ສຳນັກງານສະຖານທູດ ອາເມລິກາ ຢູ່ Banghazi ແລະ ວາງເພີງ. ໃນວັນດຽວກັນ, ຊ່ອງໂທລະພາບ Al Jazeera ກໍໄດ້ໃຫ້ຂ່າວວ່າ, ເອກອັກຄະລັດຖະທູດ Stevens ພວມມີຫນ້າຢູ່ Benghazi ຖືກເສຍຊີວິດຍ້ອນຄວັນທຳລາຍລະບົບຫາຍໃຈ ນອກນັ້ນຍັງມີພະນັກງານສະຖານທູດອີກ 3 ຄົນຖືກເສຍຊີວິດ. ກະຊວງການຕ່າງປະເທດ ອາເມລິກາ ໄດ້ອອກຖະແຫລງການກ່າວປະນາມຢ່າງຮຸນແຮງຕໍ່ເຫດບຸກໂຈມຕີດັ່ງກ່າວ. ໂຄສົກກະຊວງການຕ່າງປະເທດ ອາເມລິກາ Victoria Nuland ໃຫ້ຮູ້ວ່າ: ວົງການເຈົ້າຫນ້າທີ່ ອາເມລິກາ ພວມເຮັດວຽກກັບບັນດາເຈົ້າຫນ້າທີ່ ລີບີ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ສຳນັກງານສະຖານທູດອາເມລິກາ. ຕໍ່ຫນ້າເຫດການດັ່ງກ່າວ, ໃນວັນດຽວກັນ, ປະທານາທິບໍດີ ຝລັ່ງ Francois Hollande ຮຽກຮ້ອງໃຫ້ລັດຖະບານ ລີບີ ຈ່ົງມີການກະທຳລະອຽດເພື່ອຊອກຫາຕົວການດຳເນີນເຫດບຸກໂຈມຕີດັ່ງກ່າວໂດຍໄວ.