(vovworld) – ວັນທີ 4/2, ທ່ານເລຮົ່ງແອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ອວຍພອນປີໃໝ່ຢູ່ກົມກອງຈຳນວນໜຶ່ງໃນກຳລັງປະກອບອາວຸດທີ່ຕັ້ງຢູ່ແຂວງກວາງນິງ. ເມື່ອໂອ້ລົມກັບພະນັກງານ, ນັກຮົບກອງພົນນ້ອຍ 170 ເຂດ 1 ກອງທັບເຮືອ, ທ່ານ ເລຮົ່ງແອງ ສະເໜີໃຫ້ພະນັກງານ, ນັກຮົບໃນກົມກອງ ຍົກສູງຄວາມຮັບຮູ້ທີ່ມີຕໍ່ບັນດາຄາດໝາຍ, ໜ້າທີ່ໃນສະພາບການໃໝ່ຢ່າງເລິກເຊິ່ງ. ໃນວັນດຽວກັນ, ທ່ານ ເລຮົ່ງແອງ ໄດ້ໄປຢ້ຽມຢາມ ແລະ ອວຍພອນປີໃໝ່ຢູ່ປ້ອມປ້ອງກັນຊາຍແດນທີ່ທ່າກຳ່ປັ່ນ ຮ່ອນກາຍ.