ທ່ານ ໂດ້ວັນຈຽນ, ດຳລົງຕຳແໜ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 10

(VOVWORLD) - ກອງປະຊຸມໃຫຍ່ໄດ້ຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 10, ອາຍຸການ 2024 – 2029, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ຢູ່ພາຍໃນ ແລະ ຕ່າງປະເທດສາມັກຄີກັນ
ທ່ານ ໂດ້ວັນຈຽນ, ດຳລົງຕຳແໜ່ງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 10 - ảnh 1 (ທ່ານ ໂດ້ວັນຈຽນ, ສືບຕໍ່ດຳລົງຕຳແໜ່ງ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 10)

        ຕອນເຊົ້າວັນທີ 18 ຕຸລາ, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນທົ່ວປະເທດແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 10 ໄດ້ຈັດວາລະປິດກອງປະຊຸມ. ພາຍຫຼັງການເຮັດວຽກເປັນເວລາ 3 ວັນ, ກອງປະຊຸມໃຫຍ່ໄດ້ປະຕິບັດສຳເລັດບັນດາລາຍການທີ່ໄດ້ວາງອອກ.

    ຕາມນັ້ນແລ້ວ, ກອງປະຊຸມໃຫຍ່ໄດ້ຮັບຮອງເອົາມະຕິກອງປະຊຸມໃຫຍ່ຜູ້ແທນແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 10, ອາຍຸການ 2024 – 2029, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ທີ່ຢູ່ພາຍໃນ ແລະ ຕ່າງປະເທດສາມັກຄີກັນ, ຮ່ວມແຮງຮ່ວມໃຈ, ໝູນໃຊ້ໂອກາດ, ຜ່ານຜ່າສິ່ງທ້າທາຍ, ຕັດສິນໃຈປະຕິບັດພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ, ທັນສະໄໝຢ່າງມີໄຊ.

        ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຫຼາຍຕຳແໜ່ງ, ໃນນັ້ນ, ທ່ານ ໂດ້ວັນຈຽນ, ກຳມະການກົມການເມືອງ, ເລຂາທິການສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 9, ສືບຕໍ່ດຳລົງຕຳແໜ່ງ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 10. ກ່າວຄຳເຫັນຮັບໜ້າທີ່, ທ່ານ ໂດ້ວັນຈຽນ ເນັ້ນໜັກວ່າ:

        “ພວກຂ້າພະເຈົ້າມີສະຕິຢ່າງເລິກເຊິ່ງຕໍ່ຄວາມເປັນກຽດ ແລະ ຄວາມຮັບຜິດຊອບຢ່າງໃຫຍ່ຫຼວງຂອງຕົນ, ແລະ ຂໍສັນຍາວ່າ ຈະມີຄວາມສຸດຈິດສຸດໃຈ, ສຸດເຫື່ອສຸດແຮງກັບໜ້າທີ່ທີ່ໄດ້ຮັບມອບໝາຍ; ເສີມຂະຫຍາຍພູມປັນຍາ, ຍົກສູງຄວາມຮັບຜິດຊອບ, ເຮັດວຽກຈົນສຸດຄວາມສາມາດຂອງຕົນ, ແກ້ໄຂທຸກຄວາມຫຍຸ້ງຍາກ; ມານະພະຍາຍາມສູ້ຊົນປະຕິບັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ; ສຸມໃສ່ຜັນຂະຫຍາຍບັນດາໜ້າທີ່ມາດຕະການແກ້ໄຂຢ່າງຄົບຊຸດ, ມີໄຫວພິບ, ປະດິດຄິດສ້າງ, ຮັກສາຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມສູງ, ປະຕິບັດທິດທາງ, ເປົ້າໝາຍ, ໜ້າທີ່ເຊິ່ງກອງປະຊຸມໃຫຍ່ໄດ້ວາງອອກຢ່າງມີໄຊ”.

ຕອບກັບ

ຂ່າວ/ບົດ​ອື່ນ