ຢັ້ງ​ຢືນ​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ, ສຳ​ພັນ​ສູ້​ຮົບ​ປອດ​ໄສ​ບໍ​ລິ​ສຸດ ຫວຽດ​ນາມ-ລາວ

(VOVWORLD) - ກອງປະຊຸມສຳມະນາຈະມີການເຂົ້າຮ່ວມຂອງການນຳພັກ, ລັດ, ສະພາແຫ່ງຊາດ; ຜູ້ຕາງໜ້າບັນດາຄະນະ, ຂະແໜງການ, ໝູ່ຄະນະຂອງສູນກາງ ແລະ ກອງທັບ; ຜູ້ຕາງໜ້າກະຊວງປ້ອງກັນປະເທດ ລາວ, ສະຖານທູດ, ທູດທະຫານ ແລະ ນັກຮຽນລາວ ຢູ່ ຫວຽດນາມ....
ຢັ້ງ​ຢືນ​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ, ສຳ​ພັນ​ສູ້​ຮົບ​ປອດ​ໄສ​ບໍ​ລິ​ສຸດ ຫວຽດ​ນາມ-ລາວ - ảnh 1

(ພາບ: qdnd.vn)

     ວັນທີ 25 ຕຸລາທີ່ຈະມາເຖິງ, ຢູ່ ຮ່າໂນ້ຍ, ຈະຈັດກອງປະຊຸມສຳມະນາຂັ້ນກະຊວງປ້ອງກັນປະເທດ ສະເຫຼີມສະຫຼອງ 75 ແຫ່ງວັນມູນເຊື້ອທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານດ້ານການທະຫານ ຫວຽດນາມ ຊ່ວຍການປະຕິວັດ ລາວ (30/10/1949 - 30/10/2024).  ນີ້ແມ່ນຂ່າວໂດຍກະຊວງປ້ອງກັນປະເທດ ຫວຽດນາມ ສະໜອງ ທີ່ກອງປະຊຸມຂ່າວ ແນະນຳກອງປະຊຸມສຳມະນາ ຈັດຂຶ້ນໃນຕອນເຊົ້າວັນທີ 18 ຕຸລາ ຢູ່ ຮ່າໂນ້ຍ.

   ຄາດວ່າ ກອງປະຊຸມສຳມະນາຈະມີການເຂົ້າຮ່ວມຂອງການນຳພັກ, ລັດ, ສະພາແຫ່ງຊາດ; ຜູ້ຕາງໜ້າບັນດາຄະນະ, ຂະແໜງການ, ໝູ່ຄະນະຂອງສູນກາງ ແລະ ກອງທັບ; ຜູ້ຕາງໜ້າກະຊວງປ້ອງກັນປະເທດ ລາວ, ສະຖານທູດ, ທູດທະຫານ ແລະ ນັກຮຽນລາວ ຢູ່ ຫວຽດນາມ; ຜູ້ຕາງໜ້າຄະນະຕິດຕໍ່ພົວພັນທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານດ້ານການທະຫານ ຫວຽດນາມ ຊ່ວຍການປະຕິວັດລາວ ພ້ອມດ້ວຍບັນດານັກວິທະຍາສາດ, ພະຍານຫຼັກຖານປະຫວັດສາດ…

   ກອງປະຊຸມສຳມະນາເພື່ອແນໃສ່ຢັງຢືນ ນ້ຳໃຈສາມັກຄີແບບພິເສດ, ສຳພັນສູ້ຮົບປອດໄສບໍລິສຸດ ລະຫວ່າງພັກ, ລັດ, ກອງທັບ ແລະ ປຊຊ ສອງປະເທດ; ຢັ້ງຢືນ ແລະ ເຮັດໃຫ້ແຈ້ງການຊີ້ນຳນຳພາອັນສະຫຼາດສ່ອງໃສຂອງສູນກາງພັກ, ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ-ປັດໄຈຕັດສິນທຸກໄຊຊະນະຂອງ ທະຫານອາສາສະໝັກ ແລະ ຜູ້ຊ່ຽວຊານດ້ານການທະຫານ ຫວຽດນາມ ຢູ່ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ