ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານ AIPA – 45

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ການນຳລັດຖະສະພາ/ສະພາແຫ່ງຊາດບັນດາປະເທດ ໄດ້ປຶກສາຫາລື ແລະ ຮັບຮອງເອົາລາຍການເຄື່ອນໄຫວຂອງກອງປະຊຸມສະມັດຊາໃຫຍ່ AIPA – 45 ດ້ວຍບັນດາເນື້ອໃນທີ່ໜ້າສົນໃຈ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ເຂົ້າຮ່ວມກອງປະຊຸມຄະນະບໍລິຫານ AIPA – 45  - ảnh 1(ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ)

        ຕອນເຊົ້າວັນທີ 18 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝີ້ນ ແລະ ບັນດາການນຳສະພາແຫ່ງຊາດ/ລັດຖະສະພາບັນດາປະເທດສະມາຊິກສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ອາຊຽນ ໄດ້ເຂົ້າຮ່ວມກອງປະຊຸມຄະນະບໍລິຫານ AIPA – 45.

        ທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ ແລະ ການນຳລັດຖະສະພາ/ສະພາແຫ່ງຊາດບັນດາປະເທດ ໄດ້ປຶກສາຫາລື ແລະ ຮັບຮອງເອົາລາຍການເຄື່ອນໄຫວຂອງກອງປະຊຸມສະມັດຊາໃຫຍ່ AIPA – 45 ດ້ວຍບັນດາເນື້ອໃນທີ່ໜ້າສົນໃຈ, ຄື: ກອງປະຊຸມຄະນະບໍລິຫານ AIPA; ກອງປະຊຸມສະມາຊິກລັດຖະສະພາຍິງ; ກອງປະຊຸມສະມາຊິກລັດຖະສະພາໜຸ່ມ AIPA; ວາລະໄຂ, ພິທີລົງນາມໃນແຈ້ງການຮ່ວມ ແລະ ວາລະປິດ…

        ທ່ານປະທານສະພາແຫ່ງຊາດ ເຈິ່ນແມັງເໝີ້ນ ສະແດງຄວາມເຊື່ອໝັ້ນວ່າ, ພາຍໃຕ້ການຊີ້ນຳຂອງທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ແລະ ການກະກຽມຢ່າງລອບຄອບທີ່ຖ້ວນຂອງສະພາແຫ່ງຊາດ ລາວ, ກອງປະຊຸມ AIPA – 45 ຈະບັນລຸຜົນສຳເລັດຢ່າງຈົບງາມ, ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງຂອງປະເທດ ລາວ ຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ