ເກາະໂກໂຕ (ພາບປະກອບ)
(vovworld)- ທ່ານ ຮວາງບ໋ານາມ ເລຂາຄະນະພັກເມືອງ, ປະທານຄະນະກຳມະການປະຊາຊົນເມືອງໂກໂຕ, ແຂວງກວາງນິງ ໃຫ້ຮູ້ວ່າ: ນັບແຕ່ນີ້ເປັນຕົ້ນໄປ, ນັກທ່ອງທ່ຽວຊາວຕ່າງປະເທດ ສາມາດເດີນທາງໄປຍັງເກາະໂກໂຕ ບໍ່ຈຳເປັນຕ້ອງມີໃບອະນຍາດຜ່ານຊາຍແດນ. ກ່ອນໜ້ານີ້ ຕາມດຳລັດຂອງລັດຖະບານ ຊາວຕ່າງປະເທດ ມີເອກະສານເຂົ້າເມືອງຫວຽດນາມ ຢ່າງຄົບຖ້ວນ ເຊັ່ນ: ໜັງສືຜ່ານແດນ, ວິຊາ ແຕ່ຖ້າຫາກຕ້ອງການເດີນທາງ ໄປຍັງບັນດາເຂດນ່ານທະເລ ທີ່ຂື້ນກັບເຂດຊາຍແດນ ເຊັ່ນ: ໂກໂຕ ຕ້ອງໄດ້ຂໍໃບອະນຸຍາດ ໃນຂັ້ນຕໍ່ໄປ. ວັນທີ 15/7, ຕຳຫຼວດແຂວງກວາງນິງ ໄດ້ແຈ້ງວ່າ: ເມືອງເກາະໂກໂຕ ໄດ້ຖືຄະນະກຳມະການປະຊາຊົນແຂວງກວາງນິງ ຮັບຮອງເອົາເປັນ “ເຂດທ່ອງທ່ຽວທ້ອງຖິ່ນ”. ໃນນັ້ນ, ຊາວຕ່າງປະເທດ ທີ່ພວມອາໄສຢ່າງຖືກຕ້ອງຕາມກົດໝາຍ ຢູ່ ຫວຽດນາມ ມີໜັງສືຜ່ານແດນ ຫຼື ໃບເດີນທາງທີ່ເໝາະສົມ, ເມື່ອຮອດເມືອງເກາະໂກໂຕ ບໍ່ຕ້ອງຂໍໃບອະນຸຍາດ, ສຳຫຼັບການຍົກເລີກໃບອະນຸຍາດນີ້, ຂະແໜງທ່ອງທ່ຽວໂກໂຕ ຈະມີຫຼາຍໂອກາດ ເພື່ອພັດທະນາ, ຕ້ອນຮັບນັກທ່ອງທ່ຽວສາກົນຫຼາຍຂື້ນ ໃນໄລຍະຈະມາເຖິງ.