ນະຄອນໂຮ່ຈິມິນ ແລະ ນະຄອນ Busan, ສ.ເກົາຫຼີ ຊຸກຍູ້ການຮ່ວມມືຮອບດ້ານ
(ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເຕີດແທ່ງກາງ)
(vovworld) – ຕອນບ່າຍວັນທີ 24/07, ທ່ານຮອງປະທານຄະນະກຳມະການປະຊາຊົນນະຄອນໂຮ່ຈິມິນ ເຕີດແທ່ງກາງ ໄດ້ໃຫ້ການຕ້ອນຮັບທ່ານ Kim Jong hae, ຮອງເຈົ້າຄອງນະຄອນ Busan, ແຫ່ງສ.ເກົາຫຼີ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນໂຮ່ຈິມິນ. ທີ່ການຕ້ອນຮັບ, ທ່ານ ເຕີດແທ່ງກາງ ເນັ້ນໜັກວ່າ, ພາຍຫຼັງກວ່າ 20 ປີແຫ່ງວັນສ້າງຕັ້ງການພົວພັນແຮກສ່ຽວ, ນະຄອນໂຮ່ຈິມິນ ແລະ Busan ໄດ້ສ້າງພື້ນຖານການພົວພັນໃນຫຼາຍຂົງເຂດຄືສາທາລະນະສຸກ, ການສຶກສາ, ວັດທະນະທຳ… ຢ່າງໝັ້ນຄົງ ນັບທັງລວງກວ້າງ ແລະ ລວງເລິກ. ບັນດາການເຄື່ອນໄຫວພົບປະແລກປ່ຽນ, ໜູນຊ່ວຍ, ຮ່ວມມືລະຫວ່າງ 2 ທ້ອງຖິ່ນໃນຫຼາຍຂົງເຂດໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ຜ່ານນັ້ນ ໄດ້ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບລະຫວ່າງ 2 ນະຄອນ ກໍ່ຄືການພົວພັນລະຫວ່າງຫວຽດນາມ ສ.ເກົາຫຼີ ໃຫ້ພັດທະນາຢ່າງແຮງກວ່າອີກໃນໄລຍະຈະມາເຖິງ.
ສ່ວນທ່ານ Kim Jong hae, ຮອງເຈົ້າຄອງນະຄອນ Busan ຢືນຢັນວ່າ, ການພົວພັນລະຫວ່າງ 2 ນະຄອນເວົ້າສະເພາະ ແລະ ສ.ເກົາຫຼີ - ຫວຽດນາມ ເວົ້າລວມ ພວມພັດທະນານັບມື້ນັບເລິກເຊິ່ງ, ກວ້າງຂວາງ. ທ່ານ Kim Jong hae ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ 2 ຝ່າຍຈະສືບຕໍ່ຊອກຫາບັນດາມາດຕະການແກ້ໄຂຢ່າງມີປະສິດທິຜົນທີ່ສຸດ ເພື່ອຊຸກຍູ້ການພົວພັນຮອບດ້ານລະຫວ່າງ 2 ນະຄອນ ກໍ່ຄືລະຫວ່າງສ.ເກົາຫຼີ ແລະ ຫວຽດນາມ.