ນາຍົກລັດຖະມົນຕີລາວເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນຄັ້ງທີ7
ມີ້ບີ່ງ, ນັກຂ່າວ VOV ປະຈຳລາວ -  
ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ
(ພາບ:TTXVN)
(vovworld) – ໂດຍໄດ້ຮັບຄຳເຊີນຂອງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe , ທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ນຳໜ້າຄະນະຜູ້ແທນຂັ້ນສູງລາວ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ນ້ຳຂອງ-ຍີ່ປຸ່ນ ຄັ້ງທີ 7 ເຊິ່ງໄດ້ດຳເນີນໃນລະຫວ່າງວັນທີ 3-5/7 ຢູ່ນະຄອນຫຼວງໂຕກຽວ, ປະເທດຍີ່ປຸ່ນ. ກອງປະຊຸມແນໃສ່ຕີລາຄາຄືນວິວັດທະນາການຈັດຕັ້ງການປະຕິບັດບັນດາໂຄງການຂອງກົນໄກແມ່ນ້ຳຂອງ-ຍີ່ປຸ່ນ ໃນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລືທິດທາງຜັນຂະຫຍາຍການຮ່ວມມືໃນໄລຍະຈະມາເຖິງ, ພ້ອມທັງຜ່ານແຜນການຍຸດທະສາດໂຕກຽວ ໃໝ່ປີ 2015. ໃນຂອບເຂດກອງປະຊຸມຄັ້ງນີ້, ຄາດວ່າທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ຈະເຂົ້າຢ້ຽມຂຳ່ນັບພະເຈົ້າຈັກກະພັດຍີ່ປຸ່ນ; ເຂົ້າຮ່ວມກອງປະຊຸມ 2 ຝ່າຍ ລາວ-ຍີ່ປຸ່ນ; ພົບປະກັບສະພາລັດຖະສະພາຍີ່ປຸ່ນ ແລະ ເຂົ້າຮ່ວມເວທີປາໄສເສດຖະກິດ 5 ປະເທດແມ່ນ້ຳຂອງ (ກຳປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ)-ຍີ່ປຸ່ນ ເພື່ອແນໃສ່ເພີ່ມທະວີການຮ່ວມມື ແລະ ສົ່ງເສີມການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ.
ຄາດວ່າທ່ານນາຍົກລັດຖະມົນຕີລາວ ທອງສິງ ທຳມະວົງ ຈະເປັນສັກຂີພິຍານພິທີລົງນາມໃນບົດບັນທຶກເພື່ອຮັບຮອງເອົາ 2 ໂຄງການຊ່ວຍເຫຼືອລ້າຈາກລັດຖະບານຍີ່ປຸ່ນ ສະຫງວນໃຫ້ແກ່ລັດຖະບານລາວຄືໂຄງການຊ່ວຍເຫຼືອລ້າມີມູນຄ່າ 500 ລ້ານເຢັນ ແລະ ໂຄງການເກັບກູ້ລູກລະເບີດບໍ່ທັນແຕກມີມູນຄ່າ 845 ລ້ານເຢັນ.
ມີ້ບີ່ງ, ນັກຂ່າວ VOV ປະຈຳລາວ