ນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຕອນຮັບ ເອກອັກຄະລັດຖະທູດ UAE ແລະ ມຽນມາ
ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງຕ້ອບຮັບ
ເອກອັກຄະລັດຖະທູດບັນດາປະເທດອາຫຼັບ ເອມີເຫຼັດ ຢູໄນເຕບ
(ພາບ: chinhphu.vn)
(vovworld) - ຕອນບ່າຍວັນທີ 16/04, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ໄດ້ໃຫ້ການຕ້ອບຮັບທ່ານເອກອັກຄະລັດຖະທູດອາຫຼັບ ເອມີເຫຼັດ ຢູໄນເຕບ (UAE) Khalid Ibrihim Abdulaziz Shohail Al Qahtani ແລະ ທ່ານເອກອັກຄະລັດຖະທູດມຽນມາ Uyn Lai.
ຊົມເຊີຍທ່ານເອກອັກຄະລັດຖະທູດ Khalid Ibrihim Abdulaziz Shohail Al Qahtani ໄດ້ຮັບໜ້າທີ່ປະຕິບັດງານຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢືນຢັນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກຍູ້ແຮງການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບ UAE ໃນທຸກຂົງເຂດກວ່າອີກ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ; ຮ່ວມມືຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີປາໄສສາກົນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ; ພ້ອມກັບຍູ້ແຮງບັນດາການເຄື່ອນໄຫວຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກວ່າອີກ ບົນພື້ນຖານຄວາມສາມາດບົ່ມຊ້ອນ, ທ່າແຮງຮ່ວມມືລະຫວ່າງ 2 ປະເທດ.
ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດມຽນມາ Uyn Lai ເນື່ອງໃນໂອກາດມາຮັບໜ້າທີ່ປະຕິບັດງານໃໝ່ຢູ່ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ຢືນຢັນວ່າ; ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ຮ່ວມມືກັບມຽນມາ ຢ່າງແໜ້ນແຟ້ນ, ປະກອບສ່ວນເຂົ້າໃນຜົນງານລວມຂອງມຽນມາ ໃນປີທີ່ມຽນມາ ເປັນປະທານອາຊຽນ. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງ 2 ປະເທດຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຂົງເຂດຮ່ວມມືເຊິ່ງ 2 ຝ່າຍໄດ້ລົງນາມຢ່າງມີປະສິດທິຜົນ; ສົ່ງເສີມການເຄື່ອນໄຫວຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ ເພື່ອການພັດທະນາລວມຂອງ 2 ຝ່າຍ, ພ້ອມທັງປະກອບສ່ວນເຂົ້າໃນການພັດທະນາປະຊາຄົມອາຊຽນໝັ້ນຄົງເຂັ້ມແຂວງ ແລະ ຢ່າງວັດຖະນາຖາວອນ.