ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປະດັບຫຼຽນໃຫ້ສະຖາບັນ
(ພາບ: VGP)
|
(vovworld) – ກ່າວຄຳເຫັນທີ່ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງ ສະຖາບັນກະສິກຳ ຫວຽດນາມ (1956 – 2016) ຈັດຕັ້ງໃນຕອນເຊົ້າວັນທີ 10/12, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ບັນດາສິ່ງທ້າທາຍໃຫຍ່ທີ່ສຸດໃນປະຈຸບັນສຳລັບພື້ນຖານກະສິກຳ ຫວຽດນາມ ຄື: ການປ່ຽນແປງຂອງດິນຟ້າອາກາດ, ການຫລຸດຜ່ອນລະດັບເຕີບໂຕມູນຄ່າການຜະລິດ, ຄວາມຜິດດ່ຽງລາຍຮັບຈາກຂົງເຂດກະສິກຳ ແລະ ນອກກະສິກຳ, ຮຽກຮ້ອງໃຫ້ພື້ນຖານກະສິກຳຕ້ອງມີການປ່ຽນໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ ຕ້ອງນຳກະສິກຳ ຫວຽດນາມ ກາຍເປັນແບບຢ່າງການພັດທະນາ:
“ສະຖາບັນເປັນທີ່ປຶກສາບຸລິມະສິດຍຸດທະສາດ ກ່ຽວກັບພື້ນຖານໂຄງລ່າງຊົນນະບົດ, ບັນດາລະບົບພະຍາກອນອາກາດກ່ອນ, ບັນດາການຄົ້ນຄ້ວາກະສິກຳພື້ນຖານ… ສະເໜີແນວຄວາມຄິດລະອຽດເພື່ອແນໃສ່ຊຸກຍູ້ຫັນການເຕົ້າໂຮມທີ່ດິນຢ່າງມີປະສິດທິຜົນ, ຊ່ວຍເພີ່ມທະວີລະບົບການຜະລິດ, ຍົກສູງຄຸນນະພາບຜະລິດຕະພັນ, ສ້າງເງື່ອນໄຂເພື່ອໃຫ້ບັນດາຄອບຄົວເພີ່ມລາຍຮັບ. ເຕົ້າໂຮມທີ່ດິນກໍ່ສ້າງເງື່ອນໄຂເພີ່ມທະວີການນຳໃຊ້ກົນຈັກໃນສະພາບການຄ່າແຮງງານເພີ່ມຂຶ້ນ ແລະ ຮັບປະກັນສິດຜົນປະໂຫຍດຂອງຊາວກະສິກອນ.”