ກຸ່ມອິດສະລາມຫົວຮຸນແຮງ Boko Haram
(ພາບ: AFP)
|
(vovworld) – ການນຳບັນດາປະເທດ ອາບຟຣີກາກາງ ແລະ ອາບຟຣີກາ ຕາເວັນຕົກ ຈະໂຮມປະຊຸມໃນວັນທີ 8/4 ຈະມາເຖິງ ແນໃສ່ວາງຍຸດທະສາດລວມເພື່ອຮັບມືກັບການນາບຂູ່ຈາກກຸ່ມອິດສະລາມຫົວຮຸນແຮງ Boko Haram. ກອງປະຊຸມຂັ້ນສູງນີ້ໂດຍປະຊາຄົມເສດຖະກິດບັນດາປະເທດ ອາບຟຣີກາ ຕາເວັນຕົກ (ECOWAS) ແລະ ປະຊາຄົມເສດຖະກິດບັນດາປະເທດ ອາບຟຣີກາ ກາງ (ECCAS) ຈັດຕັ້ງ, ຈະດຳເນີນຢູ່ນະຄອນຫຼວງ Malabo ຂອງ Guinea. ຕາມຖະແຫຼງການຂອງ ECOWAS ແລ້ວ, 2 ອົງການນີ້ຕົກລົງເຄື່ອນໄຫວໃນສະພາບການກຸ່ມ ອິດສະລາມ ຫົວຮຸນແຮງ Boko Haram ພວມເພີ່ມທະວີບັນດາການບຸກໂຈມຕີທີ່ນອງໃສ່ Nigeria, Niger, Cameroon ແລະ ສ. Chad, ກໍ່ຜົນຮ້າຍຢ່າງໜັກໜ່ວງໃຫ້ແກ່ບັນດາປະເທດນີ້ ແລະ ກໍ່ຄວາມຂາດສະຖຽນລະພາບຢູ່ເຂດ ອາບຟຣີກາ ກາງ ແລະ ອາບຟຣີກາ ຕາເວັນຕົກ. ນີ້ຈະແມ່ນກອງປະຊຸມທຳອິດຂອງບັນດາການນຳຢູ່ພາກພື້ນນີ້ເພື່ອພິຈາລະນາກ່ຽວກັບວິທີການຮັບມືກັບ Boko Haram.