ບໍ່ຮັບຮູ້ບັນດາໂຄງການລົງທຶນກໍ່ມົນລະພິດເຖິງສິ່ງແວດລ້ອມ
ກອງປະຊຸມທົ່ວປະເທດຂະແຫນງແຜນການ ແລະ ການລົງທຶນ
ພາບ:internet
|
(vovworld)- ບໍ່ຮັບຮູ້ບັນດາໂຄງການລົງທຶນກໍ່ມົນລະພິດເຖິງສິ່ງແວດລ້ອມ ນັ້ນແມ່ນຄຳຢືນຢັນຂອງທ່ານ ຫງວຽນຈີຢູງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃນກອງປະຊຸມທົ່ວປະເທດຂະແຫນງແຜນການ ແລະ ການລົງທຶນ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 16/7 ຢູ່ ນະຄອນ ຍາຈາງ ແຂວງ ແຄງຮວ່າ. ທ່ານ ຫງວຽນຈີຢູງ ສະເຫນີ: ຄວນປະຕິບັດຂັ້ນຕອນກວດກາຢັ້ງຢືນ, ອອກຫນັງສືຈົດທະບຽນການລົງທຶນ, ຕັດສິນບັນດາແຜນນະໂຍບາຍບັນດາໂຄງການລົງທຶນຢ່າງເຂັ້ມງວດ, ຄົບຖ້ວນ, ພິເສດແມ່ນບັນດາໂຄງການອຸດສາຫະກຳຂະຫນາດໃຫຍ່, ຢູ່ເຂດແຄມທະເລ ແລະ ເຂດມີປະຊາຊົນດຳລົງຊີວິດເປັນຈຳນວນຫລວງຫລາຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ຖືວ່າ ປະຈຸບັນ ມີຫລາຍທ້ອງຖິ່ນຢາກດຶງດູດການລົງທຶນຈາກບັນດາກຸ່ມບໍລິສັດໃຫຍ່ເພື່ອແກ້ໄຂວຽກເຮັດງານທຳ, ເພີ່ມຂອບຂະຫນາດການສົ່ງອອກໃຫ້ທ້ອງຖິ່ນຕົນ. ແຕ່ຄວນໃສ່ໃຈເຖິງການດຶງດູດບັນດາວິສາຫະກິດມີເຕັກໂນໂລຊີສູງ, ຄວນຫນູນຊ່ວຍບັນດາວິສາຫະກິດຂະຫນາດກາງ ແລະ ນ້ອຍມີເຕັກໂນໂລຊີທັນສະໄຫມ, ຄຸ້ມຄອງເປັນຢ່າງດີ, ເໝາະສົມກັບການກຳນົດສ້າງໂຄງປະກອບຄືນໃຫມ່.