ປຊຊ ອິນໂດເນເຊຍ ນັບໝື່ນຄົນ ຈັດພິທີພາວະນາຕ້ອນຮັບວັນບຸນອິສະລາມ Eid Al Fittri
ເຮືອງຈ່າ -  
(VOVWORLD) - ໃນພິທີພາວະນາ, ປຊຊ ໃນທົ່ວປະເທດອິນໂດເນເຊຍ ໄດ້ສະແດງໃຫ້ເຫັນຄວາມເບີກບານມ່ວນຊື່ນ ແລະ ຊົມເຊີຍບັນດາມາດຕະການຜ່ອນຜັນຂໍ້ຈຳກັດ ເພື່ອຄວບຄຸມໂລກລະບາດໂຄວິດ 19 ຂອງລັດຖະບານປະເທດນີ້.
(ພາບ: ເຮືອງຈ່າ)
ພາຍຫຼັງເວລາ 2 ປີທີ່ບໍ່ໄດ້ຈັດວັນບຸນອິສະລາມ Eid Al Fittri ຍ້ອນໂລກລະບາດໂຄວິດ 19, ວັນທີ 2 ພຶດສະພາ, ປຊຊ ຢູ່ນະຄອນຫຼວງ ຈາກາກຕາ, ປຊຊ ອິນໂດເນເຊຍ ນັບໝື່ນຄົນໄດ້ພ້ອມກັນພາວະນາ ເພື່ອຕ້້ອນຮັບວັນບຸນດັ່ງກ່າວ. ໃນພິທີພາວະນາ, ປຊຊ ໃນທົ່ວປະເທດອິນໂດເນເຊຍ ໄດ້ສະແດງໃຫ້ເຫັນຄວາມເບີກບານມ່ວນຊື່ນ ແລະ ຊົມເຊີຍບັນດາມາດຕະການຜ່ອນຜັນຂໍ້ຈຳກັດ ເພື່ອຄວບຄຸມໂລກລະບາດໂຄວິດ 19 ຂອງລັດຖະບານປະເທດນີ້. ສິ່ງດັ່ງກ່າວກໍ່ອະນຸຍາດໃຫ້ຊາວອິດສະລາມປະເທດນີ້ນັບສີບລ້ານຄົນ ໄດ້ກັບເມືອບ້ານເກີດເມືອງນອນ ເພື່ອເຂົ້າຮ່ວມບັນດາງານບຸນ.
ເຮືອງຈ່າ