(vovworld) - ວັນທີ 21/3, ສະຖານທູດ ອີຕາລີ ປະຈຳຮ່າໂນ້ຍ ໄດ້ຈັດຕັ້ງການປະຊຸມຂ່າວແນະນຳບັນດາເຫດການວັດທະນະທຳ ອີຕາລີ ຈະດຳເນີນຢູ່ຫວຽດນາມ ໃນປີ 2012. ດ້ວຍຫົວຂໍ້ວ່າ “ອີຕາລີ - ຫວຽດນາມ, ວັດທະນະທຳ ແລະ ວິສາຫະກິດ”, ລາຍການນີ້ລວມມີບັນດາເຫດການທີ່ຈະຖືກຈັດຂຶ້ນຢ່າງຕໍ່ເນື່ອງໃນປີ ເພື່ອແນະນຳຈຸດທີ່ຄ້າຍຄືກັນ ແລະ ຄວາມແຕກຕ່າງກັນລະຫວ່າງວັດທະນະທຳ 2 ປະເທດ. ເປີດສາກບັນດາການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ ອີຕາລີ - ຫວຽດນາມປີ 2012 ແມ່ນການເສັງ “Il Sono Bellissima”, ດ້ວຍຫົວຂໍ້ມຸ້ງເຖິງແມ່ຍິງ, ເຊີດຊູບົດບາດຂອງແມ່ເຖົ້າ, ຜູ້ເປັນເມຍ, ເປັນແມ່ ໃນສັງຄົມ ອີຕາລີ ແລະ ຫວຽດນາມ. ເອື້ອຍ Alessandra Chicorista, ສະມາຊິກຄະນະກຳມະການ, ອາຈານພາສາ ອີຕາລີ ພະແນກພາສາ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແບ່ງປັນວ່າ:
“ຂ້າພະເຈົ້າໄດ້ຄົ້ນຄ້ວາວັດທະນະທຳ, ປະຫວັດສາດອາຊີ, ແລະ ເຄົາລົບນັບຖືບັນດາແມ່ຍິງຫວຽດນາມຄື Ba Trieu ແລະ Hai Ba Trung. ຂ້າພະເຈົ້າມີຄວາມປະທັບໃຈກັບພາບພົດແມ່ຍິງຫວຽດນາມທີ່ຄີງບາງຮ່າງນ້ອຍ, ອ່ອນໂຍນແຕ່ມີກຳລັງຕໍ່ສູ້ກ້າແກ່ນ, ທັງໃນໄລຍະສົງຄາມ ແລະ ປະຈຸບັນ. ການເສັງນີ້ແມ່ນການເຄື່ອນໄຫວເພື່ອແນໃສ່ຊ່ວຍໃຫ້ໃຫ້ແມ່ຍິງຊອກຫາບັນດາຄຸນຄ່າອັນແທດຈິງຂອງຕົນ”