ປະຊາຄົມຊາວຫວຽດນາມຢູ່ເຢຍລະມັນສະເຫຼີມສະຫຼອງ 41 ປີ ແຫ່ງວັນປົດປ່ອຍພາກໃຕ້
ສະຖານທູດ ຫວຽດນາມ ປະຈຳ ເຢຍລະມັນຈັດຕັ້ງພິທີສະເຫຼີມສະຫຼອງ 41 ປີ ແຫ່ງວັນປົດປ່ອຍພາກໃຕ້ ໂຮມປະເທດຊາດເປັນເອກະພາບ
(ພາບ: Mạnh Hùng/Vietnam+)
(vovworld) - ສະເຫຼີມສະຫຼອງ 41 ປີ ແຫ່ງວັນປົດປ່ອຍພາກໃຕ້ ໂຮມປະເທດຊາດເປັນເອກະພາບ, ປະຊາຄົມຊາວ ຫວຽດນາມຢູ່ ເຢຍລະມັນ ໄດ້ດຳເນີນການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ. ວັນທີ 30/4, ສະມາຄົມນັກຮົບເກົ່າ ຫວຽດນາມ ຢູ່ລັດ Sachsen-Anhalt ຈັດຕັ້ງງານພົບປະເພື່ອນຮ່ວມກົມກອງ, ຈັດງານໂຮມຊຸມນຸມສະເຫຼີມສະຫຼອງ ແລະ ດຳເນີນກອງປະຊຸມໃຫຍ່ອາຍຸການທີ 4. ນະພິທີ, ຕາງໜ້າສະຖານທູດ ຫວຽດນາມປະຈຳ ເຢຍລະມັນ, ພົນເອກ ຈິ້ງກວົກວຽດ ທີ່ປຶກສາດ້ານການທະຫານ ຕີລາຄາສູງການເຄື່ອນໄຫວຂອງບັນດາສະມາຄົມນັກຮົບເກົ່າ ຫວຽດນາມ ຢູ່ເຢຍລະມັນ ເວົ້າລວມ ແລະ ລັດ Sachsen-Anhalt ເວົ້າສະເພາະ. ທ່ານສະແດງຄວາມຫວັງວ່າ, ໄລຍະຈະມາເຖິງ, ສະມາຄົມຈະສືບຕໍ່ພັດທະນາຢ່າງແຮງ, ຕອບສະໜອງຄວາມມຸ້ງຫວັງຂອງບັນດາສະມາຊິກສະມາຄົມ ແລະ ສືບຕໍ່ເປັນແກ່ນສານໃນການກໍ່ສ້າງປະຊາຄົມຊາວ ຫວຽດນາມຢູ່ເຢຍລະມັນໃຫ້ໝັ້ນຄົງເຂັ້ມແຂງ, ສາມັກຄີ, ເຊື່ອມໂຍງ ແລະ ພັດທະນາ.