(vovworld) – ປະຊາຊົນ ຟີລິບປິນນັບ 5 ແສນຄົນຕ້ອງຍົກຍ້າຍເຖິງເຂດປອດໄພຕໍ່ໜ້າໄພນາບຂູ່ຈາກພະຍຸ Hagupit (ຊື່ທ້ອງຖີ່ນວ່າ Ruby) ພັດເຂົ້າພາກຕາເວັນອອກ ປະເທດນີ້ໃນວັນທີ 6/12. ທ່ານ Corazon Soliman, ເຈົ້າໜ້າທີ່ກະຊວງພັດທະນາ ແລະ ສະຫວັດດີການສັງຄົມ ຟີລິບປິນ ໃຫ້ຮູ້ວ່າ: ການເຄື່ອນໄຫວຍົກຍ້າຍເຖິງເຂດປອດໄພໂດຍກະຊວງພາຍໃນ ແລະ ອຳນາດການປົກຄອງທ້ອງຖີ່ນຜັນຂະຫຍາຍໄດ້ຮັບການປະຕິບັດຍ້ອນມີຄວາມວິຕົກກັງວົນຜົນກະທົບຈາກພະຍຸ Hagupit. ໃນຂະນະນັ້ນ, ສະພາບໍລິຫານ ແລະ ຫລຸດຜ່ອນໄພພິບັດທຳມະຊາດຢັ້ງຢືນວ່າ: ວົງການເຈົ້າໜ້າທີ່ທ້ອງຖີ່ນຈະສືບຕໍ່ຮັກສາສະຕິລະວັງຕົວເຖິງວ່າພະຍຸ Hagupit ມີສັນຍານອ່ອນຕົວລົງແລ້ວກໍ່ຕາມ.