ປະທານຄະນະກຳມະການ ສູນກາງແນວໂຮມປະເທດ ຊາດຫວຽດນາມຢ້ຽມຢາມ ກວາງນິງ
(ພາບ: Nguyễn Dân - TTXVN)
(vovworld)- ວັນທີ 23/8, ທ່ານຫງວຽນທ້ຽນເຍິນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໄປຢ້ຽມຢາມສູນບໍລິຫານລັດແຂວງກວາງນິງ ແລະ ເຂົ້າຮ່ວມການປະຊຸມ “ຕີລາຄາໝາກຜົນ 3 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫ່ຍຄັ້ງທີ 9 ຂອງພັກ ແລະ ວຽກງານປະຕິຮູບດ້ານບໍລິຫານຂອງແຂວງກວາງນິງໃນໄລຍະຜ່ານມາ“.ທ່ານຫງວຽນທ້ຽນເຍິນ ຕີລາຄາສູງແຜນຮ່າງການກໍ່ສ້າງຮູບແບບ ສູນບໍລິຫານລັດແຂວງກວາງນິງ ຊື່ງໄດ້ສ້າງສະພາບແວດລ້ອມເຮັດວຽກເປີດເຜີຍ, ຈະແຈ້ງໃຫ້ແກ່ພະນັກງານ, ລັດຖະກອນ; ເພີ່ມທະວີການສົບທົບກັນປະຕິບັດວຽກງານຂອງບັນດາພະແນກ, ຄະນະ, ຂະແໜງການ. ທ່ານຫງວຽນທ້ຽນເຍິນ ຕີລາຄາວ່າ, ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຄັງທີ 9 ຂອງພັກ, ແຂວງກວາງນິງ ມີຄວາມຕັດສິນໃຈ, ຄົບຊຸດ, ມີຫົວຄິດປະດິດສ້າງ ຕິດພັນກັບຫົວເລື່ອງປະຕິບັດງານແຕ່ລະປີ, ກໍ່ສ້າງອົງການພັກ, ລະບົບການເມືອງ, ກົງຈັກອຳນາດການປົກຄອງປອດໃສ, ໝັ້ນຄົງເຂັ້ມແຂງ. ສິ່ງດັ່ງກ່າວສະແດງໃຫ້ເຫັນຂະນະທີ່ກວາງນິງແມ່ນ 1 ໃນຈຳນວນ 5 ແຂວງມີລາຍຮັບງົບປະມານສູງກ່ວາໝູ່ໃນທົ່ວປະເທດ, ລະດັບການເຕີບໂຕ ຈີດີພີສະເລ່ຍປີ 2011-2013 ບັນລຸ 8,8%./.