ປະມຸກລັດສອງທ່ານພົບປະກັບນັກຂ່າວ
(ພາບ: TTXVN)
(vovworld)- ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດຫວຽດນາມ ເຈືອງເຕິນຊາງ, ທ່ານປະທານາທິບໍດີມົງໂກນ Tsakhiagin Elbegdorja ໄດ້ມາຢ້ຽມຢາມ ຫວຽດນາມ ທາງລັດຖະກິດແຕ່ວັນທີ 21-24/11/2013. ທີ່ການພົບປະເຈລະຈາ ພາຍຫຼັງພິທິຕ້ອນຮັບເມື່ອຕອນບ່າຍວັນທີ 21/11, ປະທານປະເທດຫວຽດນາມ ເຈືອງເຕິນຊາງ ແລະ ປະທານາທິບໍດີມົງໂກນ Tsakhiagin Elbegdorja ໄດ້ເຫັນດີເປັນເອກະສັນຈະສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ເຂົ້າອົກເຂົ້າໃຈຊື່ງກັນ ແລະ ກັນລະຫວ່າງສອງປະເທດກ່ວາອີກ. ປະມຸກລັດສອງທ່ານຊົມເຊີຍເລື່ອງສອງປະເທດໄດ້ຮັບຮອງກັນມີຂໍ້ກຳນົດເສດຖະກິດການຕະຫຼາດຄົບຖ້ວນ ແລະ ເນັ້ນໜັກວ່າສອງປະເທດຕ້ອງສົມທົບກັນຢ່າງແໜ້ນແຟ້ນເພື່ອແນໃສ່ນຳສາຍພົວພັນຮ່ວມມືໃນຂົງເຂດເສດຖະກິດ, ການຄ້າກໍ່ຄືຂົງເຂດອື່ນໆ ພັດທະນາຢ່າງມີປະສິດທິຜົນ ແລະ ແທດຈິງ, ຮັບໃຊ້ພາລະກິດພັດທະນາຂອງແຕ່ລະປະເທດ.
ສອງຝ່າຍເນັ້ນໜັກຄວາມຈຳເປັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ອິດສະຫຼະພາບ ແລະ ການປ້ອງກັນຄວາມສະຫງົບ, ຄວາມປອດໄພໃນການເດີນເຮືອບົນທະເລຕາເວັນອອກ ແລະ ຢັ້ງຢືນຈະສະໜັບສະໜູນການແກ້ໄຂການພິພາດກັນໂດຍສັນຕິວິທີ, ບໍ່ນຳໃຊ້ ແລະ ນາບຂູ່ນຳໃຊ້ກຳລັງອາວຸດ, ສອດຄ່ອງກັນກົດໝາຍສາກົນ.
ສີ້ນສຸດການພົບປະເຈລະຈາ, ປະມຸກລັດສອງທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນເອກະສານຮ່ວມມືສອງຝ່າຍ 4 ສະບັບ, ພົບປະກັບນັກຂ່າວຫວຽດນາມ ແລະ ຕ່າງປະເທດເພື່ອປະກາດໝາກຜົນອັນດີງາມຂອງການພົບປະເຈລາຈາ.
ໃນວັນດຽວກັນ, ຫວຽດນາມ ແລະ ມົງໂກນ ໄດ້ອອກແຈ້ງການຮ່ວມ./.